ປະຊາຄົມໃຊ້ພາສາຝຣັ່ງຍາມໃດກໍ່ສະໜັບສະໜູນແລະສາມັກຄີກັບຫວຽດນາມ

ປະຊາຄົມໃຊ້ພາສາຝຣັ່ງຍາມໃດກໍ່ສະໜັບສະໜູນແລະສາມັກຄີກັບຫວຽດນາມ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ແລະ

ທ່ານ​ເລຂາທິການ​​ໃຫຍ່​ອົງການ​ສາກົນ​ພາສາ ຝຣັ່ງ ທ່ານ Abdou Diouf
(ພາບ: Thống Nhất/TTXVN)

(vovworld) – ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ທົ່ວ​ໂລກ ຄັ້ງ​ທີ 24, ທີ່ນະຄອນຫຼວງ ປາຣີ, ປະ​ເທດ ຝຣັ່ງ ​ໃນ​ວັນ​ທີ 6/6, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫວຽດນາມ ຫງວຽນ​ທິຢວານ ມີ​ການ​ພົບ​ປະ​ກັບ​ເລຂາທິການ​​ໃຫຍ່​ອົງການ​ສາກົນ​ພາສາ ຝຣັ່ງ ທ່ານ Abdou Diouf. ນະ​ທີ່​ນີ້,  ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ​ໄດ້​​ແຈ້ງ​​ໃຫ້ ທ່ານ​ ​ເລຂາທິການ​​ໃຫຍ່​ອົງການ​ສາກົນ​ພາສາ ຝຣັ່ງ ຊາບ ກ່ຽວ​ກັບ​ເລື່ອງທ່ານ​ນາງ​ນຳ​ໜ້າຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ ພາສາ ຝຣັ່ງຢູ່ Senegal, ​ໃນ​ເດືອນ 4/2014, ຢືນຢັນ ຫວຽດນາມ ຈະ​ປະກອບສ່ວນ​ຕັ້ງໜ້າ​​ເຂົ້າ​ໃນ​ຜົນງານ​ຂອງ​ກອງ​ປະຊຸມ. ທ່ານນາງ ຫງວຽນທິຢວານ ຕີລາຄາສູງຄວາມມານະພະຍາຍາມຂອງ ອົງການສາກົນ ພາສາ ຝຣັ່ງ ແລະ ທ່ານ Abdou Diouf ​ໃນ​ການ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ການ​ປະ​ທະ​ກັນ, ຄວາມ​ບໍ່​ລົງ​ລອຍ​ກັນ, ການ​ຂັດ​ແຍ້​ງລະຫວ່າງ​ປະ​ເທດ​ຕ່າງໆ​​ດ້ວຍ​ມາດ​ຕະການ​ໂດຍ​ສັນຕິວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ ​ແລະ ກົດ​ບັດ ສປຊ.

    ທ່ານເລຂາທິການ​​ໃຫຍ່​ອົງການ​ສາກົນ​ພາສາ ຝຣັ່ງ Abdou Diouf ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມືດ້ານ ພາ​ສາ ຝຣັ່ງ ​ໃນ​ຫຼາຍ​ຂົງ​ເຂດ, ຢືນຢັນ​ສະໜັບສະໜູນ​ແຜນ​ນະ​ໂຍບາຍ​ຂອງ ຫວຽດນາມ ​ໃນ​ການ​ແກ້​ໄຂ​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ໂດຍ​ສັນຕິ​ວິທີ, ​ສອດຄ່ອງ​ກັບ​ກົ​ດໝາຍ​ສາກົນ, ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ປະຊາ​ຄົມ​ພາສາ​ຝຣັ່ງ ​ແລະ ທ່ານ Abdou Diouf  ຍາມ​ໃດ​ກໍ່​ສະໜັບສະໜູນ ​ແລະ​ ສາມັກຄີ​ກັບ ຫວຽດນາມ, ​ເຊິ່ງ​ແມ່ນ​ປະ​ເທດ​ສະມາ​ຊິກຕັ້ງໜ້າ​ຂອງ​ປະຊາ​ຄົມ.

 


ຂ່າວ/ບົດ​ອື່ນ