ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈີ​ມິນ ພ້ອ​ມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ້ານ​ໂລກ​ລະ​ບາດ​ໂຄ​ວິດ - 19

(VOVWORLD) -ໃນຕອນເຊົ້າວັນທີ 20 ມິຖຸນາ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ຢູ່ຕະຫຼາດ, ຖະໜົນສາຍຕ່າງໆຢູ່ມີຄວາມປອດໂປ່ງກວ່າ ແລະ ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ ກໍໄດ້ອອກອອກໄປປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ.
ປະ​ຊາ​ຊົນ ນະ​ຄອນ ໂຮ່​ຈີ​ມິນ ພ້ອ​ມ​ກັບ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ປະ​ຕິ​ບັດ​ມາດ​ຕະ​ການ​ຕ້ານ​ໂລກ​ລະ​ບາດ​ໂຄ​ວິດ - 19 - ảnh 1(ພາບປະກອບ: ກະຊວງສາທາລະນະສຸກ)

ວັນທີ 20 ມິຖຸນາ ແມ່ນມື້ທຳອິດ ທີ່ນະຄອນ ໂຮ່ຈີມິນປະຕິບັດຄຳສັ່ງເລກທີ 10 ກ່ຽວກັບການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ. ໃນຕອນເຊົ້າວັນທີ 20 ມິຖຸນາ, ປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ຢູ່ຕະຫຼາດ, ຖະໜົນສາຍຕ່າງໆຢູ່ມີຄວາມປອດໂປ່ງກວ່າ ແລະ ບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບ ກໍໄດ້ອອກອອກໄປປະຕິບັດບັນດາຂໍ້ກຳນົດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ. ຕາມຄຳສັ່ງເລກທີ 10 ແລ້ວ, ການເຄື່ອນໄຫວ ແລະ ການບໍລິການລົດ ແທັກຊີ, ລົດຮັບຈ້າງຜ່ານໂປແກຼມຕ່າງໆ ລ້ວນແຕ່ຕ້ອງຢຸດຕິການເຄື່ອນໄຫວ. ເຖິງວ່າຖືກຜົນກະທົບຫຼາຍຢ່າງຕໍ່ການຫາເງິນລ້ຽງຊີບ ກໍຕາມ, ແຕ່ເຂົາເຈົ້າກໍເຫັນດີເຫັນພ້ອມກັບແຜນນະໂຍຫບາຍຂອງນະຄອນ ເພື່ອຮ່ວມແຮງຮ່ວມໃຈຕ້ານໂລກລະບາດໂຄວິດ - 19. ອ້າຍ ຫງວຽນຈີ້ເຕີມ, ຜູ້ຂັບລົດໂອໂຕຮັບຈ້າງ ໃຫ້ຮູ້ວ່າ:

“ເມື່ອລັດໄດ້ອອກຂໍ້ກຳນົດຄືແນວນັ້ນ, ບໍ່ວ່າຈະເປັນໃຜກໍຕາມ ກໍຕ້ອງປະຕິບັດຕາມ ເພື່ອປ້ອງກັນ, ຕ້ານໂລກລະບາດ. ເຮົາກໍຮູ້ວ່າ ຈະປະສົບກັບຄວາມຫຍຸ້ງຍາກ ແຕ່ເຮົາກໍຕ້ອງພະຍາຍາມເພື່ອໃຫ້ປະເທດເຮົາກັບຄືນສູ່ເປັນປົກກະຕິກ່ອນ, ເວລານັ້ນ ເຮົາຈຶ່ງມີຄວາມອຸ່ນອ່ຽນໃຈເພື່ອທຳມາຫາກິນດຳລົງຊີວິດໄດ້”.

ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 19 ມິຖຸນາ, ຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ປະກາດໃຊ້ຄຳສັ່ງເລກທີ 10 ກ່ຽວກັບການເພີ່ມທະວີບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນບໍລິເວນນະຄອນ. ຕາມນັ້ນແລ້ວ, ນະຄອນ ໂຮ່ຈີມິນ ຈະສືບຕໍ່ຢຸດຕິບັນດາຮູບແບບການບໍລິການທີ່ບໍ່ຈຳເປັນ, ຢຸດຕິການເຄື່ອນໄຫວຂອງຕະຫຼາດທີ່ເກີດຂຶ້ນເອງ; ຕະຫຼາດທີ່ເປັນມູນເຊື້ອຕ້ອງເພີ່ມທະວີຂໍ້ກຳນົດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. ທາງນະຄອນ ກໍຮຽກຮ້ອງໃຫ້ປະຊາຊົນ ບໍ່ເຕົ້າໂຮມກັນຫຼາຍກວ່າ 3 ຄົນຢູ່ບ່ອນສາທາລະນະ, ເວັ້ນເສຍແຕ່ຢູ່ຫ້ອງການ, ໂຮງຮຽນ, ໂຮງໝໍ.  ຮັກສາໄລຍະຫ່າງລະຫວ່າງຄົນກັບຄົນ ຢ່າງໜ້ອຍສຸດແມ່ນ 1,5 ແມັດ. 

ຕອບກັບ

ຂ່າວ/ບົດ​ອື່ນ