ປະຊາຊົນ ວິ້ງລິງ ເສີມຂະຫຍາຍມູນເຊື້ອປະຕິວັດ, ປະກອບສ່ວນ ກໍ່ສ້າງພັກໃຫ້ໝັ້ນຂົງເຂັ້ມແຂງ

ປະຊາຊົນ ວິ້ງລິງ ເສີມຂະຫຍາຍມູນເຊື້ອປະຕິວັດ, ປະກອບສ່ວນ ກໍ່ສ້າງພັກໃຫ້ໝັ້ນຂົງເຂັ້ມແຂງ - ảnh 1
(ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ)

(vovworld) – ວັນ​ທີ 04/02, ທ່ານ​ເລຂາທິການ​ໃຫຍ່​ຫງວຽນ​ຟຸຈ້ອງ ​ໄດ​້ລົງ​ຢ້ຽມຢາມ ​ແລະ ​ເຮ​ັດວຽກ​ຢູ່​ແຂວງ​ກວາງ​ຈິ້ ​ເພື່ອ​ກວດກາ​ສະພາບ​ການ​ປະຕິບັດ​ບັນດາ​ມະຕິ​ຂອງ​ພັກ, ການ​ພັດທະນາ​ເສດຖະກິດ​ສັງຄົມ, ກໍ່ສ້າງ​ພັກ​ ​ແລະ ວຽກ​ງານ​ກະກຽມ​ກອງ​ປະຊຸມ​ໃຫຍ່​ອົງຄະ​ນະ​​ພັກ​ທຸກ​ຂັ້ນ. ທີ່​ການ​ເຮັດ​ວຽກ​ກັບ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນ​ຕາ​ແສງ ວິ້ງ​ຖຸຍ, ​ເມືອງ​ວິ້ງ​ລິງ, ທ່ານ​ເລຂາທິການ​ໃຫຍ່​ຊີ້​ແຈ້ງ​ວ່າ, ​ເມື່ອ​ພັກ​​ໄດ້​ຮັບ​ການ​ສ້າງ​ຕັ້ງ, ພາຍ​ໃຕ້​ການ​ຊີ້​ນຳ​ນຳພາ​ຂອງ​ພັກ, ຫວຽດນາມ ​ສ້າງ​ໄດ້​ຜົນງານ​ຫຼາຍຢ່າງ​ໃນ​ພາລະກິດ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ​ເສລີພາບ, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ໃນ​ສະພາບ​ການ​ຄື​ປະຈຸ​ບັນ, ທຸກ​ຄົນ​ຕ້ອງ​ເຂົ້າ​ໃຈ​ຢ່າງ​ເລິກ​​ເຊິ່ງບົດຮຽນ​ກ່ຽວ​ກັບ​ການ​ພົວພັນ​ອັນ​ສະໜິດ​ແໜ້ນ​ລະ​ຫວ່າງ​ປະຊາຊົນກັບ​ພັກ, ສ້າງ​ກຳລັງ​ແຮງ​ສັງ​ລວມ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້ອົງຄະ​ນະ​ພັກ​ວິ້ງ​ລິງ ​ແລະ ຕາ​ແສງ ວິ​ງຖຸຍ ຕ້ອງ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ, ​ເບິ່ງ​ແຍງ​ດູ​ແລ, ປັບ​ປຸງ​ກໍ່ສ້າງ​ພັກ​ໃຫ້​ປອດ​ໄສ, ​ໝັ້ນ​ຂົງເຂັ້ມ​ແຂງ, ຍົກ​ສູງ​ກຳລັງ​ຄວາມ​ສາມາດຊີ້​ນຳ​ນຳພາ, ຕັດສິນ​ໃຈ​ຕໍ່ສູ້​ກັບ​ບັນດາ​ຮູບ​ແບບ​​ເສື່ອ​ມ​ເສຍທາງ​ດ້ານ​ຄຸນ​ນະພາ​ບ, ວິຖີ​ຊີວິດ.

ຂ່າວ/ບົດ​ອື່ນ