ປະຊາຊົນ, ວິສາຫະກິດ 2 ປະເທດຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນນຳການພົວພັນຫວຽດນາມ-ຝລັ່ງ ໃຫ້ນັບມື້ນັບພັດທະນາ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະແດງຄວາມປິຕິຊົມຊື່ນຍ້ອນຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງບັນດາຜູ້ແທນ ສະແດງໃຫ້ເຫັນການພົວພັນອັນດີງາມໃນການຮ່ວມມືຂອງວິສາຫະກິດ ແລະ ລັດຖະບານ 2 ປະເທດ
ປະຊາຊົນ, ວິສາຫະກິດ 2 ປະເທດຮ່ວມມືຢ່າງມີປະສິດທິຜົນ, ປະກອບສ່ວນນຳການພົວພັນຫວຽດນາມ-ຝລັ່ງ ໃຫ້ນັບມື້ນັບພັດທະນາ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ເວທີປາໄສ
(ພາບ: TTXVN)

ຕອນເຊົ້າວັນທີ 04 ພະຈິກ (ຕາມເວລາທ້ອງຖິ່ນ), ໃນຂອບເຂດການຢ້ຽມຢາມສ.ຝລັ່ງ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມ, ກ່າວຄຳເຫັນທີ່ເວທີປາໄສວິສາຫະກິດ ຫວຽດນາມ - ຝລັ່ງ ແລະ ເປັນສັກຂີພິຍານພິທີມອບ-ຮັບຂໍ້ຕົກລົງຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງ, ວິສາຫະກິດ ຫວຽດນາມ ກັບຄູ່ຮ່ວມມືສ.ຝລັ່ງ ແລະ ບາງປະເທດ ເອີລົບ.

        ກ່າວຄຳເຫັນທີ່ເວທີປາໄສ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ສະແດງຄວາມປິຕິຊົມຊື່ນຍ້ອນຄວາມສະໜິດຕິດພັນ, ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນລະຫວ່າງບັນດາຜູ້ແທນ ສະແດງໃຫ້ເຫັນການພົວພັນອັນດີງາມໃນການຮ່ວມມືຂອງວິສາຫະກິດ ແລະ ລັດຖະບານ 2 ປະເທດ, ໃນນັ້ນມີຂໍ້ຕົກລົງຮ່ວມມື 29 ສະບັບທີ່ຫາກໍ່ ລົງນາມ, ໄດ້ຮັບການມອບ-ຮັບ ດ້ວຍມູນຄ່ານັບຕື້ USD. ຂໍ້ຕົກລົງລ້ວນແຕ່ເປັນໜ້າເຊື່ອຖື ແລະ ເປັນໄປໄດ້, ຖືກທິດໃນຫຼາຍຂົງເຂດຄື: ສາທາລະນະສຸກ, ວິທະຍາສາດ, ເຕັກໂນໂລຊີ, ປ່ຽນແປງໃໝ່ປະດິດຄິດສ້າງ…

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາວິສາຫະກິດ ຈົ່ງສືບຕໍ່ຄົ້ນຄວ້າ, ແລກປ່ຽນເພື່ອໃຫ້ການຮ່ວມມືໃນທຸກຂົງເຂດເລິກເຊິ່ງ, ກວ້າງຂວາງກວ່າ, ໃນນັ້ນມີທັງເລື່ອງ ວິສາຫະກິດ ຫວຽດນາມ ລົງທຶນ ຢູ່ຝລັ່ງ ແລະ ກົງກັນຂ້າມ, ເໝາະສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງລະຫວ່າງ 2 ປະເທດ.

        ຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໄດ້ພົບປະກັບທ່ານໝໍ, ນັກຊ່ຽວສານດ້ານການແພດຝລັ່ງ- ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫວັງວ່າ, ບັນດາທ່ານໝໍ, ນັກຊ່ຽວຊານດ້ານການແພດ ຝລັ່ງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການພົວພັນອັນດີງາມຂອງຂະແໜງສາທາລະນະສຸກ 2 ປະເທດ ໃນໄລຍະຜ່ານມາ, ສືບຕໍ່ໜູນຊ່ວຍ ຫວຽດນາມ ບໍ່ພຽງແຕ່ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ໃນປະຈຸບັນເທົ່ານັ້ນ ຫາກຍັງໜູນຊ່ວຍ ຫວຽດນາມ ໃນທຸກຂົງເຂດຕື່ມອີກ, ໂດຍສະເພາະແມ່ນການແພດປ້ອງກັນ, ການແພດລົງເລິກຂະແໜງ, ພັດທະນາຂະແໜງການຢາ… ເພື່ອເປົ້າໝາຍສືບຕໍ່ນຳເອົາຄວາມຜາສຸກ, ຄວາມອີ່ມໜຳສຳລານມາໃຫ້ປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ