ປະຊາຊົນກຳປູເຈຍຕ້ອນຮັບບຸນປີໃໝ່

(VOVWORLD) -ວັນທີ 14 ເມສາ, ປະຊາຊົນກຳປູເຈຍ ໄດ້ຕ້ອນຮັບບຸນປີໃໝ່ Choul Chnam Thmey ປີ 2019, ຖືກດຳເນີນໃນລະຫວ່າງວັນທີ 14 - 16 ເມສາ, ບຸນປີໃໝ່ແມ່ນໜຶ່ງໃນຈຳນວນ 3 ງານບຸນໃຫຍ່ທີ່ສຸດຂອງຊາວກຳປູເຈຍ.
ປະຊາຊົນກຳປູເຈຍຕ້ອນຮັບບຸນປີໃໝ່ - ảnh 1(ປະຊາຊົນກຳປູເຈຍຕ້ອນຮັບບຸນປີໃໝ່)

ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ປະຊາຊົນໃນທົ່ວປະເທດຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ສະດວກ, ລັດຖະບານກຳປູເຈຍ ບໍ່ຈັດພິທີຕ້ອນຮັບບຸນປີໃໝ່ຢູ່ເຂດປູຊະນີຍະສະຖານ Angkor Wat ຢູ່ແຂວງຊຽມຣຽບ ຕາມທຳມະດາອີກ, ແທນທີ່ນັ້ນ, ຢູ່ບັນດາທ້ອງຖິ່ນຈະຈັດພິທີຕ້ອນຮັບບຸນປີໃໝ່ຕາມເງື່ອນໄຂຂອງທ້ອງຖິ່ນຕົນ. ໜຶ່ງໃນບັນດາຈຸດພົ້ນເດັ່ນໃນຊຸມມື້ບຸນປີໃໝ່ Choul Chnam Thmey ແມ່ນບັນດາການເຄື່ອນໄຫວລະຫຼິ້ນມີລັກສະນະປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ