ປະຊາຊົນຊາວນະຄອນໂຮ່ຈີມິນໄປທ່ຽວຊົມໃນວັນທີ 2 ບຸນເຕັດປີຊວດ 2020

(VOVWORLD) -ຕອນເຊົ້າວັນທີ 26 ມັງກອນ (ກົງກັບວັນທີ 2 ບຸນເຕັດ), ປະຊາຊົນນະຄອນໂຮ່ຈີມິນ ໄດ້ໄປທ່ຽວຊົມໃນໂອກາດບຸນເຕັດຢູ່ເຂດໃຈກາງຂອງນະຄອນແຫ່ງຕ່າງໆຄື: ຖະໜົນດອກໄມ້, ງານບຸນດອກໄມ້ລະດູບານໃໝ່, ບັນດາສູນການຄ້າໃຫຍ່.
ປະຊາຊົນຊາວນະຄອນໂຮ່ຈີມິນໄປທ່ຽວຊົມໃນວັນທີ 2 ບຸນເຕັດປີຊວດ 2020 - ảnh 1(ພາບປະກອບ)

ຖະໜົນດອກໄມ້ ຫງວຽນເຫ້ວ, ງານບຸນດອກໄມ້ລະດູບານໃໝ່ ຕາວດ່ານ ແມ່ນສະຖານທີ່ມີປະຊາຊົນຊາວນະຄອນ ແລະ ນັກທ່ອງທ່ຽງມາຫຼາຍທີ່ສຸດໃນໂອກາດນີ້. ເອື້ອຍ ຫງວຽນຖຸຍເຮື່ອງ, ຢູ່ບານ ເຕີນຟູ໊, ໃຫ້ຮູ້ວ່າ.

          “ວັນທີ 1 ບຸນເຕັດແມ່ນໄປຢາມພໍ່ແມ່, ວັນທີ 2 ບຸນເຕັດ, ຄອບຄົວຂ້າພະເຈົ້າຈຶ່ງໄປທ່ຽວຊົມ. ກ່ອນອື່ນໝົດແມ່ນໄປທ່ຽວຊົມຢູ່ ຕາວດ່ານ ພ້ອມກັບພໍ່ແມ່, ຫຼັງຈາກນັ້ນແມ່ນໄປຖະໜົນດອກໄມ້”.

          ບັນດາເຂດລະຫຼີ້ນບັນເທິງອື່ນໆຄື: ຫໍທົ໊ງເຍີດ, ສວນສາທາລະນະ ທາວເກິມວຽນ, ສວນສາທາລະນະວັດທະນະທຳ ເດີມແຊນ… ກໍ່ໄດ້ດຶງດູດປະຊາຊົນຊາວນະຄອນໂຮ່ຈີມີນ ແລະ ນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ.

ຕອບກັບ

ຂ່າວ/ບົດ​ອື່ນ