ປະຊາຊົນຕາແສງເກາະ ເຍິນເຈົາ ໄດ້ນຳໃຊ້ຕາໜ່າງໄຟຟ້າແຫ່ງຊາດແລ້ວ

(VOVWORLD) -  ວັນທີ 23 ສິງຫາ, ເຮືອນທັງໝົດ 520 ຫຼັງ (ປະມານ 600 ຄອບຄົວ) ຢູ່ຕາແສງເກາະ ເຍິນເຈົາ, ເກາະ ກູ່ລາວແຊ້ງ, ນະຄອນ ກຸຍເຍິນ (ແຂວງ ບີ່ງດິ້ງ) ໄດ້ສຳເລັດການຕິດຕັ້ງກົງເຕີໄຟຟ້າ 520 ອັນ ແລະ ແຕ່ລະຄອບຄົວໄດ້ເຊື່ອມຕໍ່ກັບຕາໜ່າງໄຟຟ້າແຫ່ງຊາດແລ້ວ.
ປະຊາຊົນຕາແສງເກາະ ເຍິນເຈົາ ໄດ້ນຳໃຊ້ຕາໜ່າງໄຟຟ້າແຫ່ງຊາດແລ້ວ - ảnh 1ປະຊາຊົນຕາແສງເກາະ ເຍິນເຈົາ ໄດ້ນຳໃຊ້ຕາໜ່າງໄຟຟ້າແຫ່ງຊາດແລ້ວ (ພາບ: TTXVN)

        ຍອດຄ່າໃຊ້ຈ່າຍໃນການປະຕິບັດໂຄງການດັ່ງກ່າວປະມານ 17 ລ້ານ USD; ໃນນັ້ນ ທຶນໂດຍສະຫະພາບ ເອີຣົບ ອຸປະຖຳແມ່ນປະມານ 12 ລ້ານ USD, ສ່ວນຍັງເຫຼືອແມ່ນທຶນສົມທົບຂອງບໍລິສັດໃຫຍ່ໄຟຟ້າພາກກາງ. ໂຄງການສະໜອງໄຟຟ້າລອດຜ່ານໃຕ້ທະເລໃຫ້ແກ່ຕາແສງ ເຍິນເຈົາ ໄດ້ຮັບການຕີລາຄາຈາກກະຊວງອຸດສາຫະກຳ ແລະ ສະຫະພາບ ເອີຣົບ ວ່າແມ່ນໜຶ່ງໃນບັນດາໂຄງການທີ່ໄດ້ຮັບການຜັນຂະຫຍາຍຢ່າງວ່ອງໄວ ແລະ ບັນລຸປະສິດທິຜົນຢ່າງສູງຂອງຂະແໜງໄຟຟ້າ.

ຕອບກັບ

ຂ່າວ/ບົດ​ອື່ນ