ປະຊາຊົນທຸກຊັ້ນວັນນະສະໜັບສະໜູນ ບັນດາມາຕະການ ກໍ່ສ້າງພັກ

ປະຊາຊົນທຸກຊັ້ນວັນນະສະໜັບສະໜູນ ບັນດາມາຕະການ ກໍ່ສ້າງພັກ - ảnh 1
ປະຊາຊົນ​ທຸກຊັ້ນ​ວັນນະສະໜັບສະໜູນ​ບັນດາ​ມາ​ຕະການ​ກໍ່ສ້າງ​ພັກ
( ພາບ : anninhthudo.vn )

( vovworld ) -   ກອງ​ປະຊຸມ​ພະນັກງານ​ທົ່ວ​ປະ​ເທດຊາບ​ຊືມຜັນ​ຂະຫຍາຍ​ປະຕິບັດ​​ມະຕິສູນກາງພັກກອມ​ມູນິດ​ຫວຽ​ດນາມ ຄັ້ງ​ທີ 4 ຊຸດ​ທີ 11 ​ຫາ​ກໍ​ອັດ​ລົງ​ໃນ​ວັນ​ທີ 29/2 ຢູ່​ຮ່າ​ໂນ້ຍ. ບັນດາ​ເນື້ອ​ໃນ​ທີ່​ໄດ້​ເຕື້ອງ​ເຖິງ​ຢູ່​ທີ່​ກອງ​ປະຊຸມ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ພະນັກງານ, ສະມາຊິກ​ພັກ ​ແລະ ປະຊາຊົນບັນດາ​ແຂວງ​ພາກ​ກາງ​ຫວຽດນາມ. ທ່ານ ຟ້າ​ມວັນ​ກ້ຽມ, ຊາວ​ນະຄອນ ດາ​ໜັ້ງ ​ມີ​ຄຳ​ເຫັນ​ວ່າ.

“ ​ໃນ 19 ຂໍ້ມາດຕາ​ທີ່ສະມາຊິກ​ພັກ​ບໍ່​ຄວນເຮັດ​​ ​ຂ້າພະ​ເຈົ້າ​​ເຫັນ​ດີ​ເຫັນ​ພ້ອມ​ການ​ກະທຳ​ຄາດ​ຄວາມ​ຮັບ​ຜິດ​ຊອບ, ປົກ​ປິດ, ລາຍ​ງານ​ບໍ່​ຖືກ​ກັບ​ຕົວ​ຈິງ, ສວຍ​ໃຊ້​ສິດອຳນາດ, ​ສໍ້​ລາດ​ບັງ​ລວງ​, ປະ​ໃຫ້​ອົງການ​, ຫົວ​ໜ່ວຍທ້ອງ​ຖິ່ນ​ໂດຍ​ຕົນ​ເອງ​ຮັບຜິດຊອບ​ເກີດ​ສະພາບ​ຂາດ​ຄວາມ​ສາມັກຄີ… ​ໃນ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ຄັ້ງ​ນີ້, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ຕັດ​ສິນ​ຊີ້​ຂາດ​ໃນ​ການ​ກໍ່ສ້າງ​ປັບປຸງ​ພັກ. ນີ້​ແມ່ນ​ສັນຍານ​ທີ່​ໜ້າ​ພູມ​ໃຈ, ພວກຂ້າພະ​ເຈົ້າ​​ປາດ​ຖະໜາ​ວ່າ ບັນດາ​ອົງການ​, ຮາກ​ຖານ​ພັກຕ້ອງ​ປະຕິບັດ​ຢ່າງ​ຂ້ຽວ​ຂາດ​ ​ເຂັ້ມ​ງວດ, ຄຳ​ເວົ້າ​ຕ້ອງ​ໄປ​ຄຽງ​ຄູ່​ກັບ​ການ​ກະທຳ ”.

ທ່ານຮອງ​ສາດສະດາຈານ, ດອກ​ເຕີ ຫງວຽນ​ຊວນ​ຄ໋ວາດ, ຮອງ​ເລຂາ​ຜູ້​ປະຈ​ຳການ​ຄະ​ນະ​ພັກມະຫາ​ວິທະຍາ​ໄລ ​ເຫວ້ ​ໄດ້​ຖື​ວ່າ, ຄະນະ​ພັກ​ຂັ້ນຕ່າງໆ​ຢູ່​ແຕ່ລະ​ທ້ອງ​ຖິ່ນ, ຫົວໜ່ວຍ​ຕ້ອງ​ຫັນ​​ມາດ​ຕະການຕ່າງໆ​ເຊິ່ງຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ໄດ້​ຍົກ​ອອກເປັນ​ລະອຽດ ​ເພື່ອ​ໃຫ້​ມະຕິ​ສູນ​ກາງພັກ​ຄັ້ງ​ທີ 4 ​ເຂົ້າ​ສູ່ຊີວິດ​ຕົວ​ຈິງ. ທ່ານ​ກ່າວ​ວ່າ

“ ​ໃນບັນດາ​ວິທີ​ການແກ້​ໄຂ, ຕາມ​ຂ້າພະ​ເຈົ້າ​ແລ້ວ ວິທີ​​​ການແກ້​ໄຂໃດ​ກໍ່​ສຳຄັນ, ​ແຕ່​ວິທີ​ແກ້​ໄຂກ່ຽວກັບ​ການຈັດ​ຕັ້ງ​ພະນັກງານ ​ແລະ ສະມາຊິກ​ພັກຄວນ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ. ​ເພາະວ່າ​ທັງ​ໝົດ​ກໍ​​ເລີ່​ມມາ​ຈາກ​ວຽກງານ​ພະນັກງານ. ຖ້າ​ຫາກພະນັກງານ​ບໍ່​​ລົງ​​ຕົວ​ຈິງ​ເພື່ອ​ຕຳ​ໜິຕົນ​ເອງແມ່ນຍາກ​ທີ່ຈະ​ປະຕິບັດ​ໄດ້.”

ຂ່າວ/ບົດ​ອື່ນ