ປະຊາຊົນທົ່ວປະເທດປາດຖະໜາວ່າທ່ານນາຍົກລັດຖະມົນຕີຄົນໃໝ່ຈະວາງອອກໂຄງການໃຫຍ່ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ

ປະຊາຊົນທົ່ວປະເທດປາດຖະໜາວ່າທ່ານນາຍົກລັດຖະມົນຕີຄົນໃໝ່ຈະວາງອອກໂຄງການໃຫຍ່ຮັບໃຊ້ຜົນປະໂຫຍດຂອງປະເທດຊາດ - ảnh 1
(ທ່ານ ຫງວຽນ​ວັນງວຽນ, ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ກົດ​ໝາຍ ຮືງງວຽນ)

(vovworld) - ດ້ວຍ​ການ​ເ​ລືອກ​ຕັ້ງ​ນາ​ຍົກ​ລັດ​ຖະ​ມົນ​ຕີໄດ້ ໃນ​ຕອນ​ເຊົ້າ​ວັນ​ທີ 07/04, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 13 ໄດ້​​ສຳ​ເລັດ​ການເລ​ືອກ​ຕັ້ງ 3 ຕຳ​ແໜ່ງ​ການ​ນຳ​ສູງ​​ສຸດ​ຂອງ​ລັດ, ລັດ​ຖະ​ບານ, ສະ​ພາ​ແຫ່ງ​ຊາດ​, ປະ​ຊາ​ຊົນ​ທົ່ວ​ປະ​ເທດ​​ທີ​ຄວາມເຊື່ອ​ໝັ້ນ​ວ່າ, ດ້ວຍ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ ແລະ ບົດ​ຮຽ​ນ​ຂອງ​ຕ​ົນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ຈະ​ມີ​ບັນ​ດາ​ຄຳ​ຕັດ​ສິນ​ຢ່າງ​ຖືກ​ຕ້ອງ, ນຳ​ປະ​ເທດ​ໃຫ້​ພັດ​ທະ​ນາ​ກ້າວ​ຂຶ້ນ. ທ່ານ ຫງວຽນ​ວັນ​ຫາວ, ຢູ່​ນະ​ຄອນ​ເກີນ​ເ​ທີ ປາດ​ຖະ​ໜາ​ວ່າ, ​ໃນ​ຖາ​ນະ​ຕຳ​ແໜ​່ງ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ມາ​ນະ​ພະ​ຍາ​ຍາມ​​ກວ່າ​ອີກ ເພື່ອ​ພ້ອມ​ກັບ​ລັດ​ຖະ​ບານ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ ໃນ​ອະ​ນາ​ຄົ​ດ.

        “​ໃນອາ​ຍຸ​ການ​ຊຸດ​ໃໝ່, ​ຂ້າ​ພະ​ເຈົ້າ​ມີ​ຄວາມຫວັງ​ວ່າ​ໃນການ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ, ​ພວກ​ເຮົາ​ຕ້ອງເຮັດ​ແນວ​ໃດ​ໃຫ້​ຄັນ​ຄູ​ມີ​ຄວ​າມ​ໝັ້ນ​ແກ່ນ, ທັນ​ສະ​ໄໝ. ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ​ພວກ​ເຮົາຕ້ອງ​ມີ​ການ​ກະ​​ທຳຢ່າງ​ເດັດຂາດ ຖ້າ​ຫາ​ກ​ປະ​ໄວ້​ຄື​ແນວນີ້​ແມ່ນ​ອັ​ນ​ຕະ​ລາຍ​ທີ່​ສຸດ. ເຮັດ​ໄດ້​ຄື​ແນວນັ້ນ, ປະ​ເທດ​ເຮົ​າ​ຈຶ່ງ​ເຂັ້ມ​ແຂງ​, ວັດ​ຖະ​ນາ​ຖາ​ວອນໄດ້”.

        ສ່ວນ​ຜູ້​ມີ​ສິດ​ເລືອກ​ຕັ້ງ ຫງວຽນ​ຢຸງ, ຢູ່​ເມືອງ ຟ​ຸ໋ຍ້ວນ, ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ.

        “ອາ​ຍຸ​ການ​ຈະ​ມາ​ເຖິງ, ຂ້າ​ພະ​ເຈ​ົ້າ​ຫວັງ​ວ່າ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ຄື​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮ​ຽບ​ຮ້ອຍ, ອາດ​ຊະ​ຍາ​ກຳ​ໃຫ້​ດີ. ເຮັດ​ແນວ​ໃດ​ໃຫ້​ສະ​ພາບອາດ​ຊະ​ຍາ​ກຳຫຼຸດ​ຜ່ອນ​ລົງ. ກ່ຽວ​ກັບ​ການ​ສຶກ​ສາ, ຂ້າ​ພະ​ເຈົ້າ​ຫວັງ​ວ່າ, ທ່ານ​ຈະ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ພື້ນ​ຖານ​ການ​ສຶກ​ສາ​ຂອງ​ຫວຽດ​ນາມ ນັບ​ມື້​ນັບ​ພັດ​ທະ​ນາ. ໃນ​ນັ້ນ, ເມື່ອນັກ​ສຶກ​ສາ​ຮຽນ​ຈົບ​ແລ້ວ​ຈະ​ຫາ​ໄດ້​ວຽກ​ເຮັດ​ງານ​​ທຳ”.

        ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢູ່ຮ່າ​ໂນ້ຍ ປາດ​ຖະ​ໜາ​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈະ​ບໍ​ລິ​ຫານ​ລັດ​ຖະ​ບານ​ໃຫ້ດີ​ ເພື່ອ​ນຳ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ເຂັ້ມ​ແຂງ, ຍູ້​ແຮງ​ພາ​ລະ​ກິດ​ປະ​ຕິ​ຮູບ​ການ​ຍຸ​ຕິ​ທຳ, ປົກ​ປັກ​ຮັກ​ສາ​ສິດ​​ຂອງ​ມະ​ນຸດ ແລະ ຕັ້ງ​ໜ້າ​ປ​້ອງ​ກັນ​​ດ້ານການ​ສໍ້​ລາດ​ບັງ​ຫຼວງ. ທ່ານ ຫງວຽນ​ວັນງວຽນ, ​ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດ​ກົດ​ໝາຍ ຮືງງວຽນ ເຊື່ອ​ໝັ້ນ​ວ່າ.

        “ນາ​ຍົກ​ລັດ​ຖະ​ມົນ​ຕີ​ຄົນ​ໃໝ່, ດ້ວຍ​ປະ​ສົບ​ການ​ຫຼາຍ​ຢ່າງ​ໃນ​ຂົງ​ເຂດ​ທີ່​ທ່ານ​ຮັບ​ຜິດ​ຊອບ​​ຄື​ກົດ​ໝາຍ​ວ່​າ​ດ້ວຍ​ການ​ປ້ອງ​ກັນ, ຕ້ານອ​າດ​ຊະ​ຍາ​ກຳ, ວຽກ​ງານ​​ການ​ເມືອງພາຍ​ໃນ​​ປະ​ເທດນັ້ນ ​ທ່ານຈະ​ພ້ອມ​ກັບ​ປະ​ທານ​ສານ​ປະ​ຊາ​ຊົນ​ສູ​ງ​ສຸດ, ຫົວ​ໜ້າ​ອົງ​ການ​ໄອ​ຍະ​ການ​ປະ​ຊາ​ຊົນ​ສູງ​ສຸດ ​ເອົາ​ໃຈ​ໃສ່ ແລະ ຍູ້​ແຮງວຽກ​ງານ​​ການ​ປະ​ຕິ​ຮູບ​ດ້ານ​ຕຸ​ລາ​ການ, ກໍ່​ສ້າງ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ໃຫ້​ປອດ​ໃສ, ໝັ້ນ​ຄົງ​ເຂັ້ມ​ແຂງ, ​ຮັກ​ສາ​ຄວາມ​ຍຸ​ຕິ​ທຳ, ສິດ​​ຂອງ​ມະ​ນຸດ, ເອົາ​ໃຈ​ໃສ່​​ກວ່າ​ອີກເຖິງ​ບົດ​ບາດ​ຂອງ​ທະ​ນາຍ​ຄວາມ​ໃນ​ພາ​ລະ​ກິດ​ປ້ອງ​ກັນຕ້ານ​ອາດ​​ຊະ​ຍາ​ກຳ, ປ້ອງ​ກັນຕ​້ານ​ການ​ຕັດ​ສິນ​ລົງ​ໂທດ​ຢ່າງ​ຜິດພາດ​ ແລະ ​ໄຈ​ແຍກຕີ​ລາ​ຄາ​ສັງ​ຄົມ”.

ຂ່າວ/ບົດ​ອື່ນ