ປະຊາຊົນທາງທິດຕາເວັນອອກຢູແກຼນບໍ່ໂຈະເວລາເອົາປະຊາມະຕິ

ປະຊາຊົນທາງທິດຕາເວັນອອກຢູແກຼນບໍ່ໂຈະເວລາເອົາປະຊາມະຕິ - ảnh 1
ທ່ານ Andriy Purgin, ຜູ້ນຳໜ້າສາທາລະນະລັດ ປະຊາຊົນ Donetsk ປະກາດເອງ (ຢູ່ກາງ)
(ພາບ: Reuters)

(vovworld) – ວັນທີ 8/5, ຜູ້ນຳໜ້າສາທາລະນະລັດ ປະຊາຊົນ Donetsk ປະກາດເອງ, ທ່ານ Andriy Purgin ໃຫ້ຮູ້ວ່າ: ບັນດາສະມາຊິກສະພາແຫ່ງຊາດ ທ້ອງຖີ່ນ ໄດ້ປະຕິເສດເລື່ອງໂຈະຈຸດເວລາເອົາປະຊາມະຕິ ກຳນົດກົດລະບຽບຂອງ ເຂດນີ້ ແລະ ຕົກລົງຍັງຄົງດຳເນີນການເອົາປະຊາມະຕິໃນວັນທີ 11/5 ຈະມາເຖິງ. ຕາມທ່ານ Purgin ແລ້ວ, ຂໍ້ຕົກລົງດັ່ງກ່າວໄດ້ຮັບຮອງເອົາທີ່ກອງປະຊຸມຂອງບັນດາ ສະມາຊິກສະພາແຫ່ງຊາດແຂວງ Donetsk ໃນວັນທີ 8/5. ທ່ານ Purgin ເນັ້ນໜັກວ່າ “ນີ້ບໍ່ແມ່ນຂໍ້ຕົກລົງຂອງພວກເຮົາ ເຊິ່ງແມ່ນຂອງປະຊາຊົນ Donbass. ປະຊາຊົນ  Donbass ມີກາລະໂອກາດເພື່ອປະຕິບັດຄວາມມຸ່ງມາດປາດຖະໜາ ຂອງເຂົາເຈົ້າ ແລະ ພວກເຮົາບໍ່ມີສິດລົບລ້າງກາລະໂອກາດນີ້.”

    ກ່ອນໜ້ານັ້ນ, ໃນວັນດຽວກັນ, ບັນດາຜູ້ແຫ່ຂະບວນປະທ້ວງຢູ່ Luhansk, ທາງທິດຕາເວັນອອກ ຢູແກຼນ, ກໍ່ປະຕິເສດຄຳຮຽກຮ້ອງຂອງປະທານາທິບໍດີ ລັດເຊຍ Vladimir Putin ກ່ຽວກັບເລື່ອງໂຈະການເອົາປະຊາມະຕິກ່ຽວກັບອະນາຄົດ ຂອງພາກພື້ນ ແລະ ການເອົາມະຊາມະຕິຍັງຄົງຖືກດຳເນີນໄປຕາມແຜນການແມ່ນວັນທີ 11/5 ຈະມາເຖິງ.

    ໃນສະພາບການກ່ຽວຂ້ອງ, ຜູ້ຮັກສາການເລຂາທິການໃຫຍ່ສະພາປ້ອງກັນຄວາມ ສະຫງົບແຫ່ງຊາດ ແລະ ປ້ອງກັນປະເທດ ຢູແກຼນ ທ່ານ Andriy Parubiy ໄດ້ຖະແຫຼງໃນວັນທີ 8/5 ວ່າ: ກີແອບ ຈະສືບຕໍ່ຜັນຂະຫຍາຍບັ້ນຮົບການທະຫານ ປາບປາມຜູ້ແຫ່ຂະບວນປະທ້ວງຢູ່ທາງທິດຕາເວັນອອກປະເທດນີ້, ເພື່ອແນໃສ່ສະກັດ ກັ້ນການຫັນຢູແກຼນເປັນສະຫະພັນ.



ຂ່າວ/ບົດ​ອື່ນ