ປະຊາຊົນນັບພັນຄົນໄປໄຫວ້ອາໄລຢູ່ສຸສານພົນເອກຫວໍງວຽນຢາບ

ປະຊາຊົນນັບພັນຄົນໄປໄຫວ້ອາໄລຢູ່ສຸສານພົນເອກຫວໍງວຽນຢາບ - ảnh 1
ພາບ​ປະ​ກອບ

(vovworld) –  ​ວັນ​ທີ 1/1, ປະ​ຊາ​ຊົນ​ນັບ​ພັນ​ຄົນ​ໄດ້​​ໄປ​ຍັງ​ເຂດ​ສຸ​ສານ​ພົນ​ເອກ ຫວໍ​ງວຽນ​ຢາບ ຢູ່ ຫວູງ​ຈົ່ວ - ດ໋າວ​ອ໋ຽນ, ເພື່ອ​ຖະ​ຫວາຍ​ທູບ​ທຽນ, ອາ​ໄລ​ຫາ​ພົນ​ເອກ ຫວໍ​ງວຽນ​ຢາບ. ຮ້ອຍ​ໂທ ດົ່ງ​ແທງ​ຫາຍ, ຮອງ​ຫົວ​ໜ້າ​ກອງ​ປ້ອງກັນ​ເຂດ​ສຸ​ສານ​ພົນ​ເອກ ຫວໍ​ງວຽນ​ຢາບ ໃຫ້​ຮູ້​ວ່າ: ໃນ​ໂອ​ກາດ​ປີ​ໃໝ່ສາ​ກົນ 2015 ມີ​ປະ​ຊາ​ຊົນມາ​ໄຫວ້​ອາ​ໄລ​ຢູ່ສຸ​ສານ​ພົນ​ເອກ ນັບ​ມື້​ນັບຫຼາຍ. ຮອດ​ເວ​ລາ 15 ໂມງ ວັນ​ທີ 1/1, ​ໄດ້ມີ​ເກືອບ 400 ຄະ​ນະ​ດ້ວຍ​ຈຳ​ນວນ​ປະ​ຊາ​ຊົນ 7.000 ຄົນ​ມາ​ໄຫວ້​ອາ​ໄລ​ພົນ​ເອກ​ໃນ​ໂອ​ກາດ​ຕົ້ນ​ປີ. ​ແລະກໍ່​ຕາມ​ຮ້ອຍ​ໂທ ຫາຍ​ແລ້ວ, ນັບ​ແຕ່​​ສຸ​ສານ​ພົນ​ເອກ​ຕັ້ງຢູ່​ຫວູງ​ຈົ່ວ - ດ໋າວ​ອ໋ຽນ ມາ​ຮອດ​ປະ​ຈຸ​ບັນ, ​ໄດ້ມີ​​ເກືອບ 140.000 ຄະ​ນະ​ດ້ວຍ 1,5 ລ້ານ​ເທື່ອ​ຄົນ​ມາ​ໄຫວ້​ອາ​ໄລ​ພົນ​ເອກ ຫວໍ​ງວຽນ​ຢາບ.


ຂ່າວ/ບົດ​ອື່ນ