ປະຊາຊົນນັບສິບໆຄົນເສຍຊີວິດແລະຮັບບາດເຈັບພາຍຫຼັງເຫດລະເບີດແຕກຢູ່ເຂດກາຊາ

ປະຊາຊົນນັບສິບໆຄົນເສຍຊີວິດແລະຮັບບາດເຈັບພາຍຫຼັງເຫດລະເບີດແຕກຢູ່ເຂດກາຊາ - ảnh 1
ສະ​ຖານ​ທ​ີ່​ເກີດ​ເຫດ
(ພາບ: ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ/TTXVN)

(vovworld) – ຕອນ​ຄ່ຳ​ວັນ​ທີ 14/5, ເຫດ​ລະ​ເບີດ​ແຕກ​ໄດ້​ເກີດ​ຂຶ້ນ​ຢູ່​​ຖານ​ທີ່​ໝັ້ນ​​ຝຶກ​ຊ້ອມ​ການ​ທະ​ຫານແຫ່ງ​ໜຶ່ງ​ຢູ່​ທາງ​ທິດ​ເໜືອ​ເຂດ ກາ​ຊາ, ເຮັດ​ໃຫ້​ຢ່າງ​ໜ້ອຍ​ສຸດ​ມີ 3 ຄົນ​ເສ​ຍ​ຊີ​ວິດ ແລະ ກ່​ວາ 50 ຄົນ​ຮັບ​ບາດ​ເຈັບ. ວົງ​ການ​ເຈົ້າ​ໜ້າ​ທີ່​​ການ​ແພດເຂດ ກາ​ຊາ ​ໄດ້ຮັບ​ຮູ້ຈຳ​ນວນ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ດັ່ງ​ກ່າວ ແລະ ໃຫ້​ຮ​ູ້​ວ່າ: ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ໄດ້ຖືກ​ສົ່ງ​ເຖິງ​ໂຮງ​ໝໍ​ແຫ່ງ​ຕ່າງໆ​ຢູ່​ໃກ້​ຄຽງ. ໃນ​ຂະ​ນະ​ນັ້ນ, ທ່ານ​ໝໍ Baker Abu Safia ຢູ່​ໂຮງ​ໝ​ໍ Al – Awda ໃຫ້​ຮູ້​ວ່າ: 30 ຄົນ​ໃນ​ຈຳ​ນວນ​ຜູ້​ຖືກ​ຮັບ​ບາດ​ເຈັບ​ໄດ້​​ຖືກສົ່ງ​ເຖິງ​ບັນ​ດາ​ໂຮງ​ໝໍ Al – Shifa ແລະ Al – Awda.

        ຕາມ​ບັນ​ດາ​ແຫຼ່ງ​ຂ່າວ​ຈາກວົງ​ການ​ເຈົ້າ​ໜ້າ​ທີ່​ເຂດ ກາ​ຊາ ແລ້ວ, ອຸດ​ບັດ​ຕິ​ເຫດເກີດ​ຂຶ້ນ​ໂດຍ​ບັງ​ເອີນ​ເມື່ອ​ບັນ​ດາ​ນັກ​ຊ່ຽວ​ຊານ​ກ່ຽວ​ກັບ​ວັດ​ຖຸ​ລະ​ເບີດ​ຊອ​ກ​ຫາ​ວິ​ທີ​ມ້າງ​ທຳ​ລາຍລູກ​ສອນ​ໄຟ F16 ຂອງ ອິດ​ສະ​ຣາ​ແອນ ທີ່​ຍັງ​ຕົກ​ຂ້າງ​ໄວ້​ໃນ​ການ​ປະ​ທະ​ກັນ​​ເມື່ອປີ​ກ່ອນນີ້. ກອ​ງ​ທັບ ອິດ​ສະ​ຣາ​ແອນ ກໍ່​ໄດ້​ຢັ້ງ​ຢືນບໍ່​ກ່ຽວ​ຂ້ອງ​ເຖິງ​ເຫ​ດ​ລະ​ເບີດ​​ແຕກດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ