ປະຊາຊົນນັບຫລາຍພັນຄົນໄດ້ກັບເມືອງບ້ານເກີດເມືອງນອນຢູ່ເຂດຕາເວັນຕົກສ່ຽງເໜືອ ຊີຣີ

(VOVWORLD) - ໃນອາທິດຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຖະແຫຼງວ່າ ສົງຄາມຢູ່ ຊີຣີ ສາມາດຮັບຖືວ່າ ໄດ້ຢຸດຕິແລ້ວ, ປັດຈຸບັນ, ສະພາບການຂອງປະເທດຊາດ ໄດ້ຄ່ອຍໆກັບຄືນສູ່ຄວາມສະຫງົບສຸກ
ປະຊາຊົນນັບຫລາຍພັນຄົນໄດ້ກັບເມືອງບ້ານເກີດເມືອງນອນຢູ່ເຂດຕາເວັນຕົກສ່ຽງເໜືອ ຊີຣີ - ảnh 1 ປະຊາຊົນນັບຫລາຍພັນຄົນໄດ້ກັບເມືອງບ້ານເກີດເມືອງນອນຢູ່ເຂດຕາເວັນຕົກສ່ຽງເໜືອ ຊີຣີ (ພາບ: AFP/TTXVN)

ວັນທີ 15 ກັນຍາ, ສຳນັກຂ່າວສານແຫ່ງຊາດ SANA ຂອງ ຊີຣີ ໄດ້ໃຫ້ຂ່າວວ່າ ປະຊາຊົນນັບຫລາຍພັນຄົນໄດ້ກັບເມືອບ້ານເກີດເມືອງນອນຢູ່ເຂດຕາເວັນຕົກສ່ຽງເໜືອ ຊີຣີ ພາຍຫລັງກອງທັບລັດຖະບານຍາດໄດ້ໄຊຊະນະຕໍ່ບັນດາເປົ້າໝາຍທຳສົງຄາມສັກສິດ ແລະ ພວກກະບົດ. ອົງການຕິດຕາມກວດກາສິດທິມະນຸດ ຊີຣີ ກໍ່ຢັ້ງຢືນວ່າ ມີປະຊາຊົນປະມານ 3000 ຄົນໄດ້ກັບຄືນບ້ານເກີດເມືອງນອນຢູ່ບັນດາເຂດໂດຍກອງທັບລັດຖະບານຄວບຄຸມ. ກອງທັບລັດຖະບານຂອງທ່ານປະທານາທິບໍດີ Bashar Al-Assad ປັດຈຸບັນພວມຄວບຄຸມພື້ນທີ່ສ່ວນຫລາຍຂອງປະເທດຊາດ ພາຍຫລັງປົດປ່ອຍໄດ້ບັນດາເຂດດິນແດນ ເຊິ່ງບັນດາເປົ້າໝາຍທຳສົງຄາມສັກສິດ ແລະ ພວກກະບົດຢຶດຄອງ. ໄຊຊະນະນີ້ ມີການໜູນຊ່ວຍຢ່າງໃຫຍ່ຫລວງ ແລະ ມີປະສິດທິຜົນຈາກບັນດາການບຸກໂຈມຕີທາງອາກາດຂອງ ລັດເຊຍ ນັບແຕ່ປີ 2015.

        ໃນອາທິດຜ່ານມາ, ທ່ານລັດຖະມົນຕີການຕ່າງປະເທດ ລັດເຊຍ Sergey Lavrov ຖະແຫຼງວ່າ ສົງຄາມຢູ່ ຊີຣີ ສາມາດຮັບຖືວ່າ ໄດ້ຢຸດຕິແລ້ວ, ປັດຈຸບັນ, ສະພາບການຂອງປະເທດຊາດ ໄດ້ຄ່ອຍໆກັບຄືນສູ່ຄວາມສະຫງົບສຸກ, ເຖິງວ່າ ຍັງມີ 2 – 3 ສະຖານທີ່ພວມເຄັ່ງຕຶງກໍ່ຕາມ.

ຕອບກັບ

ຂ່າວ/ບົດ​ອື່ນ