ປະຊາຊົນນັບຮ້ອຍຄົນເດີນຂະບວນເພື່ອສິ່ງແວດລ້ອມຢູ່ນອກທຳນຽບຂາວ

(VOVWORLD) - ວັນທີ 13 ກັນຍາ, ນັກເຄື່ອນໄຫວກ່ຽວກັບດິນຟ້າອາກາດໜຸ່ມ Greta Thunberg, ແມ່ນສັນຍາລັກຂອງການຕໍ່ສູ້, ຕ້ານການປ່ຽນແປງຂອງດິນຟ້າອາກາດຂອງໄວໜຸ່ມທົ່ວໂລກ, ໄດ້ນຳໜ້າການເດີນຂະບວນຢູ່ນອກທຳນຽບຂາວຂອງອາເມລິກາ ຢູ່ ວໍຊິງຕັນ.
ປະຊາຊົນນັບຮ້ອຍຄົນເດີນຂະບວນເພື່ອສິ່ງແວດລ້ອມຢູ່ນອກທຳນຽບຂາວ - ảnh 1ປະຊາຊົນນັບຮ້ອຍຄົນເດີນຂະບວນເພື່ອສິ່ງແວດລ້ອມຢູ່ນອກທຳນຽບຂາວ (ພາບ: AP)

 ກ່າວຄຳເຫັນທີ່ການເດີນຂະບວນ, ນັກຮຽນຍິງຊາວ ຊູແອັດ ອາຍຸ 16 ປີ ໄດ້ຮຽກຮ້ອງໃຫ້ພື້ນຖານເສດຖະກິດດີຈີຕອນແຖວໜ້າໂລກ ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ມີການກະທຳໂດຍໄວ, ພ້ອມທັງກະຕຸກຊຸກຍູ້ບັນດາຜູ້ເຂົ້າຮ່ວມ “ບໍ່ປະລະ” ເລື່ອງກໍ່ຄວາມກົດດັນເພື່ອລົບລ້າງບັນດາການກະທຳກໍ່ມົນລະພິດສິ່ງແວດລ້ອມ. ການເດີນຂະບວນໄດ້ດຶງດູດຜູ້ເຂົ້າຮ່ວມນັບຮ້ອຍຄົນ ແລະ ເລີ່ມຕົ້ນແມ່ນແຜນການເດີນຂະບວນເພື່ອສັນຕິພາບທີ່ແກ່ຍາວເປັນເວລາ 2 ອາທິດ.

ຕອບກັບ

ຂ່າວ/ບົດ​ອື່ນ