ປະຊາຊົນນັບໝຶ່ນຄົນ ມາຢ້ຽມຢາມສຸສານພົນເອກ ຫວໍງວຽນຢາບ ໃນໂອກາດວັນພັກ

ປະຊາຊົນນັບໝຶ່ນຄົນ ມາຢ້ຽມຢາມສຸສານພົນເອກ ຫວໍງວຽນຢາບ ໃນໂອກາດວັນພັກ - ảnh 1
(ປະຊາຊົນ​ນັບ​ໝຶ່ນ​ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ກັບ​​ເມືອຖະຫວາຍ​ທູບ​ທຽນ
ຢູ່​ເຂດ​ສຸສານ​ພົນ​ເອກ​ຫວໍ​ງວຽນຢາ​ບ)


(vovworld) - ​ໃນ​​ໂອກາດສະ​ເຫຼີ​ມສະຫຼອງ 39 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ທາງ​ພາກ​ໃຕ້​ຢ່າງ​ສົມບູນ, ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ (30/04/1975 – 30/04/2014) ​ແລະ 60 ປີ​ແຫ່ງ​ວັນ​ໄຊຊະນະ​ດ້ຽນບຽນ​ຝຸ, ​ໃນ​ລະຫວ່າງ​ວັນ​ທີ 30/04 – 01/05, ມີ​ປະຊາຊົນ​ນັບ​ໝຶ່ນ​ຄົນ​ໃນ​ທົ່ວ​ປະ​ເທດ ​ໄດ້​ມາ​ຢ້ຽມຢາມ​​ເຂດ ຫວູງຈົ່ວ - ​ເກາະອ໋ຽນ, ຕາ​ແສງ​ກວາງ​ດົງ, ​ເມືອງ​ກວາງ​ແຈກ, ​ແຂວງກວາງ​ບິ່ງ, ​ເພື່ອ​ຖະຫວາຍ​ທູບ​ທຽນ, ດອກ​ໄມ້​ຢູ່​ເຂດ​ສຸສານ​ພົນ​ເອກ​ຫວໍ​ງວຽນຢາ​ບ. ມີ​ຫຼາຍຄະນະ​ອະດີດ​ນັກຮົບ, ບັນດາ​ຜູ້​ເຖົ້າ​ຜູ້​ແກ່, ພ້ອມ​ກັບ​ນັກຮຽນ, ນັກ​ສຶກສາ ​ໄດ້​ມາ​ແຫ່ງ​ນີ້​ເພື່ອ​ອາ​ໄລ​ຫາພົນ​ເອກ​ຫວໍ​ງວຽນ​ຢາ​ບ

        ຕາມ​ຮ້ອຍ​ຕີ ຫງວຽນ​ຄັ໋ກ​ເຕີນ​ຫ່າວ, ຫົວໜ້າ​ບັນຊາ​ການກຳລັງ​ປົກ​ປັກ​ຮັກສາເຂດ​ສຸສານ​ແລ້ວ, ​ໃນ​ຊຸມ​ວັນ​ນີ້ ​ໄດ້​ມີ 65.000 ຄະນະ, ດ້ວຍ​ຈຳນວນ 620.000 ​ເທື່ອ​ຄົນ​ມາ​​ໄຫວ້​ອາ​ໄລ​ຢູ່ສຸສານ​ເພີ່ນ. ພິ​ເສດ, ​ໃນ​ວັນ​ທີ 30/04, ​ໄດ້​ມີກວ່າ 20.000 ​ເທື່ອ​ຄົນ​ມາ​ໄຫວ້​ອາ​ໄລ​ສຸສານ​ພົນ​ເອກ​ຫວໍ​ງວຽນ​ຢາ​ບ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຕອນ​ເຊົ້າ​ວັນ​ທີ 02/05, ຢູ່​ເຂດ​ສຸສານ ພົນ​ເອກ ຫວໍ​ງວຽນ​ຢາ​ບ, ສະມາຄົມ​ວິ​ສາ​ຫະ​ກິດໜຸ່ມ​ຫວຽດນາມ ​ໄດ້​ຈັດ​ພິທີ​ເປີດ​ສະຫຼອງ​ທໍ່​ສົ່ງນ້ຳ​ສະອາດ​​ຂຶ້ນ​ເຂດ​ສຸສານ​ພົນ​ເອກ. ນີ້​ແມ່ນ​ກິດຈະກຳ​ທີ​ມີ​ຄວາມ​ໝາຍ​ຢ່າງ​ແທດ​ຈິງ, ສະ​ແດງ​ຄວາມ​ເຄົາລົບ ​ແລະ ຮູ້​ບຸນຄຸນ​ຂອງ​ບັນດາ​ວິ​ສາ​ຫະກິດ​ໜຸ່ມ​ຫວຽດນາມ ທີ່​ມີ​ຕໍ່​ພົນ​ເອກ​ຫວໍ​ງວຽນ​ຢາບ.

ຂ່າວ/ບົດ​ອື່ນ