ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ບໍ່​ໄດ້​ອອກ​ຈາກ​ເຮືອນ ນັບ​ແຕ່​ເວ​ລາ 18 ໂມງ ຫາ​ເວ​ລາ 6 ໂມງ​ເຊົ້າ​

(VOVWORLD)- ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນວັນເນນ ເລຂາ ຄະນະພັກ ນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ ຕ້ອງສືບຕໍ່ປະຕິບັດມະຕິສະບັບເລກທີ 16 ຢ່າງເຂັ້ມງວດ.



ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ບໍ່​ໄດ້​ອອກ​ຈາກ​ເຮືອນ ນັບ​ແຕ່​ເວ​ລາ 18 ໂມງ ຫາ​ເວ​ລາ 6 ໂມງ​ເຊົ້າ​ - ảnh 1ກອງປະຊຸມທາງອອນລາຍ ເປີດກວ້າງຄັ້ງທີ 7 ສຸມໃສ່ປຶກສາຫາລື ມາດຕະການຄວບຄຸມໂລກລະບາດໂຄວິດ - 19 (ພາບ: dangcongsan.vn)

ຕອນຄ່ຳວັນທີ 25 ກໍລະກົດ, ຄະນະບໍລິຫານງານອົງຄະນະພັກ ນະຄອນໂຮ່ຈີມິນ ຊຸດທີ XI, ອາຍຸການ 2020 – 2025 ໄດ້ຈັດຕັ້ງກອງປະຊຸມທາງອອນລາຍ ເປີດກວ້າງຄັ້ງທີ 7 ສຸມໃສ່ປຶກສາຫາລື ມາດຕະການຄວບຄຸມໂລກລະບາດໂຄວິດ - 19.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານ ຫງວຽນວັນເນນ ເລຂາ ຄະນະພັກ ນະຄອນໂຮ່ຈີມິນ ໄດ້ເນັ້ນໜັກວ່າ ຕ້ອງສືບຕໍ່ປະຕິບັດມະຕິສະບັບເລກທີ 16 ຢ່າງເຂັ້ມງວດ.

ທ່ານ ຫງວຽນແທັງຟອງ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ນັບແຕ່ວັນທີ 27 ເມສາ ຫາ ວັນທີ 25 ກໍລະກົດ, ນະຄອນຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ກ່ວາ 55.000 ຄົນໄດ້ຮັບການປະກາດ. ໃນໄລຍະເວລາ 17 ວັນ ປະຕິບັດການແຍກຫ່າງໃນສັງຄົມ ຕາມມະຕິສະບັບເລກທີ 16, ນະຄອນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ເກືອບ 47.000 ຄົນ ສ່ວນຫຼາຍແມ່ນຢູ່ເຂດຈຳກັດບໍລິເວນ ຫຼື ເຂດແຍກຕົວ. ທ່ານ ຫງວຽນແທັງຟອງ ເນັ້ນໜັກວ່າ:

ເພື່ອປະຕິບັດຢ່າງມີປະສິດທິຜົນທີ່ສຸດ, ປະຊາຊົນແຕ່ລະຄົນ ຕ້ອງຈັດວາງຄຳສັ່ງໃຫ້ຕົນເອງ ແລະ ປະຕິບັດຢ່າງເຂັ້ມງວດ, ຄວນຮັກສາໄລຍະຫ່າງລະຫວ່າງຄົນກັບຄົນ, ຄອບຄົວກັບຄອບຄົວ... ນັບແຕ່ຕອນຄ່ຳວັນທີ 26 ກໍລະກົດ, ປະຊາຊົນບໍ່ໄດ້ອອກຈາກເຮືອນພາຍຫຼັງເວລາ 18 ໂມງຢ່າງເດດຂາດ. ຢຸດຕິທຸກໆການເຄື່ອນໄຫວຂອງ ນະຄອນຊົ່ວຄາວ, ຍົກເວັ້ນກໍລະນີສຸກເສີນ ແລະ ປະຕິບັດຕາມຄວາມຮຽກຮ້ອງປະສານງານຂອງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ຕອບກັບ

ຂ່າວ/ບົດ​ອື່ນ