ປະຊາຊົນ​ບໍ່​ຄວນ​ອອກ​ໄປຂ້າງ​ນອກ ​ເວັ້ນ​ເສຍ​ແຕ່​ກໍລະນີ​ຈໍາ​ເປັນ

(VOVWORLD) -ຕອນເຊົ້າວັນທີ 26 ມີນາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມອອນລາຍຂອງຄະນະປະຈໍາລັດຖະບານກ່ຽວກັບວຽກງານປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19. 
ປະຊາຊົນ​ບໍ່​ຄວນ​ອອກ​ໄປຂ້າງ​ນອກ ​ເວັ້ນ​ເສຍ​ແຕ່​ກໍລະນີ​ຈໍາ​ເປັນ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ (ພາບ: VGP)

        ນະທີ່ນີ້, ທ່ານໃຫ້ຮູ້ວ່າ ລັດຖະບານໄດ້ມອບໃຫ້ກະຊວງຍຸຕິທໍາຫວຽດນາມຮຽບຮຽງບາງແຜນນະໂຍບາຍ, ມາດຕະການໃນຈຸດເວລານີ້ ເພື່ອເປັນເຈົ້າການຮັບມືກັບໂລກລະບາດໂຄວິດ- 19. ພ້ອມທັງຊີ້ແຈ້ງວ່າອໍານາດການປົກຄອງ, ຂະແໜງການທຸກຂັ້ນ ໂດຍສະເພາະແມ່ນບັນດາທ້ອງຖິ່ນຕ້ອງເພີ່ມຄວາມໄວໃນການຜັນຂະຫຍາຍບັນດາໜ້າທີ່ປ້ອງກັນ, ສະກັດກັ້ນໂລກລະບາດດ້ວຍຈິດໃຈກວດພົບໄວ, ແຍກຕົວທັນການ, ຈໍາກັດບໍລິເວນ ແລະ ດູແລຮັກສາສຸຂະພາບຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກ ເນັ້ນໜັກວ່ານີ້ແມ່ນເປົ້າໝາຍສໍາຄັນຍິ່ງ ແລະໄດ້ໃຫ້ບຸລິມະສິດແຖວໜ້າໃນປັດຈຸບັນ.

        “ພວກເຮົາມີສອງອາທິດເພື່ອມີການກະທໍາ ແລະ ໄວຣັດຈະແຜ່ລະບາດໄວກວ່່າການເຄື່ອນໄຫວຂອງພວກເຮົາ ຖ້າຫາກວ່າພວກເຮົາບໍ່ມີມາດຕະການປ້ອງກັນ ແລະສະກັດກັ້ນຢ່າງທັນການ ແລະຂ້ຽວຂາດ. ເພາະສະນັ້ນຢ່າງໜ້ອຍສຸດ ພາຍໃນສອງອາທິດນີ້, ຮຽກຮ້ອງໃຫ້ຜູ້ນໍາໜ້າອໍານາດການປົກຄອງທຸກຂັ້ນຢຸດຕິທຸກການເຄື່ອນໄຫວປະຊຸມ, ບັນດາເຫດການໂຮມຊຸມນຸມກາຍ 20 ຄົນຂຶ້ນໄປ. ລັດຖະບານຈະປັບໄໝລົງໂທດຢ່າງເຂັ້ມງວດຕໍ່ອໍານາດການປົກຄອງທ້ອງຖິ່ນໃດທີ່ປະໃຫ້ເກີດມີການໂຮມຊຸມນຸມກາຍ 20 ຄົນ. ຮຽກຮ້ອງໃຫ້ປິດປະຕູບັນດາການບໍລິການທີ່ບໍ່ຈໍາເປັນຄືຮ້ານ bar, ສະຖານທີ່ທ່ອງທ່ຽວ, ໂຮງສາຍຮູບເງົາ, ຮ້ານອາຫານ...”.

        ສະເພາະຢູ່ຮ່່າໂນ້ຍ, ນະຄອນໂຮ່ຈີມິນ, ຫ໋າຍຟ່ອງ, ເກິ່ນເທີ, ດ່າໜັງ, ທ່ານນາຍົກລັດຖະມົນຕີຊີ້ນໍາວ່າຕ້ອງປະຕິບັດການປິດປະຕູສະຖານທີ່ການບໍລິການທັງໝົດ, ເວັ້ນເສຍແຕ່ການບໍລິການສະໜອງສະບຽງອາຫານ, ຜະລິດຕະພັນການຢາ, ສະຖານທີ່ການກວດສຸຂະພາບ ແລະຢຸດຕິ ຫຼືຫຼຸດຜ່ອນຈໍານວນຖ້ຽວລົດແລ່ນສາທາລະນະ; ຄຸ້ມຄອງຊາຍແດນທາງບົກ, ທາງອາກາດ, ທາງນໍ້າໃຫ້ເຂັ້ມງວດ. ປະຊາຊົນຄວນຈໍາກັດການອອກໄປຂ້າງນອກ ແລະຫັນປ່ຽນຮູບແບບການເຮັດວຽກໄປເປັນການເຮັດວຽກທາງອອນລາຍຫຼືຮູບແບບອື່ນໆ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນ.


 

ຕອບກັບ

ຂ່າວ/ບົດ​ອື່ນ