ປະ​ຊາ​ຊົນ​ຝ​ລັ່ງ ສະ​ໜັບ​ສະ​ໜູນການ​ຮ້ອງ​ຟ້ອງກ່ຽວ​ກັບ “ທາດ​ຜິດ​ສີ​ສົ້ມ” ຂອງ​ທ່ານ​ນາງ ເຈິ່ນ​ໂຕ​ງາ

(VOVWORLD) - ວາລະເປີດສານອຸທອນ ຢູ່ນະຄອນຫຼວງ ປາຣີ, ຝລັ່ງ, ກ່ຽວກັບການຮ້ອງຟ້ອງຂອງທ່ານນາງ ເຈິ່ນໂຕງາ ຕ້ານຄືນ 14 ບໍລິສັດ ຜະລິດ ຫຼື ທຳການຕະຫຼາດ ກ່ຽວກັບທາດພິດສີສົ້ມ/ດີໂອຊິນ ເຊິ່ງ ກອງທັບ ອາເມລິກາ ນຳໃຊ້ໃນສົງຄາມຢູ່ ຫວຽດນາມ ໄດ້ແກ່ຍາວເປັນເວລາ 4 ຊົ່ວໂມງໃນວັນທີ 7 ພຶດສະພາ. 
ປະ​ຊາ​ຊົນ​ຝ​ລັ່ງ ສະ​ໜັບ​ສະ​ໜູນການ​ຮ້ອງ​ຟ້ອງກ່ຽວ​ກັບ “ທາດ​ຜິດ​ສີ​ສົ້ມ” ຂອງ​ທ່ານ​ນາງ ເຈິ່ນ​ໂຕ​ງາ - ảnh 1ທ່ານ Eric Coquerel, ປະທານກຳມາທິການ ການເງິນສະພາແຫ່ງຊາດ ຝລັ່ງ  (ພາບ: VOV)

ໂດຍໄດ້ຮັບການຊ່ວຍເຫຼືອດ້ວຍຄວາມສະໝັກໃຈ ຂອງທະນາຄວາມຊາວຝລັ່ງສອງທ່ານຄື ທ່ານ Bertrand Repolt ແລະ ທ່ານ William Bourdon, ຝ່າຍທ່ານນາງ ເຈິ່ນໂຕງາ ໄດ້ຍົກອອກທັດສະນະສຳເຫັນ ປະຕິເສດລັກສະນະຍົກເວັ້ນດ້ານຕຸລາການ ຂອງບັນດາວິສາຫະກິດ ທາດເຄມີ ອາເມລິກາ, ດ້ວຍ ການໂຕ້ແຍ້ງກັນທີ່ວ່າ ບັນດາວິສາຫະກິດນີ້ ມີສິດເປັນເຈົ້າຕັດສິນດ້ວຍຕົນເອງ ກ່ຽວກັບການຜະລິດ, ມີຄວາມຮັບຮູ້ກ່ຽວກັບລັກສະນະອັນຕະລາຍຂອງທາດພິດດີໂອຊິນ ແຕ່ເຂົາເຈົ້າບໍ່ສົນໃຈຕໍ່ບັນດາມາດຕະການກ່າວເຕືອນ ຫຼື ສະກັດກັ້ນ. ເພາະສະນັ້ນ, ບັນດາວິສາຫະກິດ ອາເມລິກາ ຕ້ອງມີຄວາມຮັບຜິດຊອບ ຕໍ່ກົດໝາຍ ແລະ ບໍ່ອາດສາມາດຍົກອອກເຫດຜົນ ທີ່ມີການອຸປະຖຳຂອງ ລັດຖະບານ ອາເມລິກາ. ໂດຍຕິດຕາມ ວາລະສານພິພາກສາ, ທ່ານ Eric Coquerel, ປະທານກຳມາທິການ ການເງິນສະພາແຫ່ງຊາດ ຝລັ່ງ ກ່າວວ່າ:

ຂ້າພະເຈົ້າຖືວ່າ ນີ້ແມ່ນໂທດກຳ ຕ້ານຄືນມະນຸດ ຍ້ອນວ່າທາດພິດສີສົ້ມ ໄດ້ຫວ່ານລົງທົ່ວປະເທດຫວຽດນາມ ໃນຫຼາຍປີຜ່ານມາ ໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງໃຫ້ແກ່ປະຊາຊົນ ຢ່າງໜ້ອຍສຸດແມ່ນ 5 ລ້ານຄົນ ແລະ ສິ່ງນີ້ແມ່ນບໍ່ອາດລືມໄດ້. ນີ້ແມ່ນການຕໍ່ສູ້ທີ່ສຳຄັນ. ເພາະສະນັ້ນ, ໃນຖານະເປັນສະມາຊິກລັດຖະສະພາ ພັກປະເທດຝລັ່ງ, ຂ້າພະເຈົ້າມີໜ້າຢູ່ທີ່ນີ້ ກໍ່ຄືໃນຊຸມປີກ່ອນ ຢູ່ສະໜາມຫຼວງ Trocadéro ເພື່ອສະໜັບສະໜູນໃຫ້ທ່ານນາງ ເຈິ່ນໂຕງາ.

ຕອບກັບ

ຂ່າວ/ບົດ​ອື່ນ