ປະຊາຊົນລາວບັນດາເຜົ່າໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ8

ປະຊາຊົນລາວບັນດາເຜົ່າໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ8 - ảnh 1
ຜູ້ມີສິດເລືອກຕັ້ງລາວ (ພາບ: Phạm Kiên/Vietnam+)

(vovworld) –  ຕອນ​ເຊົ້າ​ວັນ​ທີ 20/3, ຜູ້​ມີ​ສິດ​ເລືອກ​ຕັ້ງ​ລາວ ​ເກືອບ 4 ລ້ານ​ຄົນ​ໃນ​ທົ່ວ​ປະ​ເທດ​ລາວ ​ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ສະມາຊິກ​ສະພາ​ແຫ່ງ​ຊາດ (ສສຊ) ຊຸດ​ທີ 8 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ​ແລະ ນະຄອນຫຼວງ ວຽງ​ຈັນ. ຢູ່​​ສະຖານ​ທີ່​ປ່ອນ​ບັດ​ເລກ 1 ທີ່​ນະຄອນຫຼວງ ວຽງ​ຈັນ, ນັບ​ແຕ່​ຮູ່ງ​ເຊົ້າ​​ໄດ້​ມີ​ປະຊາຊົນ ​ແລະ ການ​ນຳ​ຂັ້ນ​ສູງ​ຂອງ​ລາວ ​ເປັນ​ຈຳນວນ​ຫຼວງ​ຫຼາຍ​​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ, ປະຕິບັດ​ສິດ​ພົນ​ລະ​ເມືອງ​ຂອງ​ຕົນ​ ​ແລະ ​ເລືອກ​ເຟັ້ນບັນດາ​ຜູ້​ແທນ​ທີ່​ມີ​ຄວາມ​​ເກັ່ງ​ກ້າ​ສາມາດ​ທີ່​ສຸດ. ທີ່​ການ​ເລືອ​ກຕັ້ງ​ຄັ້ງ​ນີ້, ປະຊາຊົນ​ຢູ່ 18 ​ແຂວງ ​ແລະ ນະຄອນ​ຂອງ​ລາວ ຈະ​ເລືອກ​​ຕັ້ງ​ ສສຊ 149 ທ່ານ​ໃນ​ຍອດ​ຈຳນວນຜູ້​ອອກ​ສະໝັກ​ເລືອກ​ຕັ້ງ​ 211 ທ່ານເພື່ອ​ຕາງໜ້າ​ໃຫ້​​ເຂົາ​ເຈົ້າ​ຢູ່​ສະພາ​ແຫ່ງ​ຊາດ​ຊຸດທີ 8. ຈຸດ​ໃໝ່​ຂອງ​ການ​ເລືອກ​ຕັ້ງ​ປີ​ນີ້ນັ້ນ​ແມ່ນ: ນອກຈາກ​ການ​ປ່ອນ​ບັດ​ເລືອກຕັ້ງ ສສຊ ຊຸດ​ທີ 8 ​ແລ້ວ, ຜູ້​ມີ​ສິດ​ເລືອກ​ຕັ້ງ​​ໃນ​ທົ່ວ​ປະ​ເທດ​ ລາວ ​ເກືອບ 4 ລ້ານ​ຄົນ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ປ່ອນ​ບັດ​ເພື່ອ​ເລືອກ​ຕັ້ງ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ 360 ທ່ານ. ການ​ເລືອກ​ຕັ້ງ​ ສສຊ ຊຸດ​ທີ 8 ​ແລະ ສະມາຊິກ​ສະພາ​ປະຊາຊົນ​ຂັ້ນ​ແຂວງ ຂອງ​ລາວ ອາຍຸ​ການ 2016 – 2020 ຈະ​ສິ້ນ​ສຸດ​ລົງ​ໃນ​ເວລາ 17 ​ໂມງ​ວັນດຽວ​ກັນ.


ຂ່າວ/ບົດ​ອື່ນ