ປະຊາຊົນຫລາຍປະເທດໃນໂລກຕ້ອນຮັບປີໃຫມ່ 2017

ປະຊາຊົນຫລາຍປະເທດໃນໂລກຕ້ອນຮັບປີໃຫມ່ 2017 - ảnh 1
ລາຍ​ການ​ຍິງບັ້ງ​ໄຟ​ດອກ​ຕ້ອນ​ຮັບ​ປີ​ໃຫມ່ 2017 ຢູ່ ອົດ​ສະ​ຕາ​ລີ

(vovworld)- ປະ​ຊາ​ຊົນ​ນັບ​ລ້ານໆ​ຄົນ​ຢູ່​ຫລາຍ​ນະ​ຄອນ​ໃນ​ທົ່ວ​ໂລກ​ໄດ້​ເຂົ້າ​ຮ່ວມ​ລາຍ​ການ​ຕ້ອນ​ຮັບ​ປີ​ໃຫມ່ 2017. Rio De Jainero ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ນະ​ຄອນ​ຈັດ​ລາຍ​ການ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປ​ີ​ໃຫມ່​ດ້ວຍ​ຂອບ​ຂະ​ຫນາດ​ໃຫຍ່ ແລະ ຟົດ​ຟື້ນ​ທີ່​ສຸດ ຊື່ງ​ດຳ​ເນີນ​ຢູ່​ຫາດ​ຊາຍ​ທະ​ເລ Copacabana ຢູ່ ບ​ຣາ​ຊີນ.  ງານ​ບຸນ​ທີ່​ເປັນ​ມູນ​ເຊື້ອນີ້ ມີ​ຊື່​ວ່າ Reveillon ໄດ້​ດຶງ​ດູດ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ນັບ​ລ້ານໆ​ຄົນ. ໃນ​ຂະ​ນະ​ນັ້ນ ຢູ່ ອີ​ຢີບ ໄດ້​ຕ້ອນ​ຮັບ​ປີ​ໃຫມ່​ 2017 ດ້ວຍ​ລາຍ​ການ​ຍິງບັ້ງ​ໄຟ​ດອກ​ພິ​ເສດ.

ກ່ອນ​ຫນ້ານັ້ນ ຢູ່​ບັນ​ດາ​ນະ​ຄອນຈາກ ອາ​ຊີ ປາ​ຊີ​ຟີກ ຕະ​ຫລອດ​ຮອດ ເອີລົບ ໄດ້​ຕ້ອນ​ຮັບ​ປີ​ໃຫມ່ 2017 ດ້ວຍ​ລາຍ​ການ​ຍິງບັ້ງ​ໄຟ​ດອກ​ທີ່​ຫນ້າ​ປະ​ທັບ​ໃຈ. ງານ​ບຸນ​ຕ້ອນ​ຮັບ​ປີ​ໃຫມ່​ຢູ່ ຝ​ລັ່ງ ໄດ້​ຮັບ​ຖື​ວ່າ ແມ່ນ​ “ງານ​ບຸນ​ຂອງ​ໄຟ​ແສງ​ສີ”. ຢູ່ ລອນດອນ ປະ​ຊາ​ຊົນ​ໄດ້​ຕ້ອນ​ຮັບ​ປີ​ໃຫມ່​ຢູ່​ຖະ​ຫນົນ​ສາຍ​ຕ່າງໆ. ລາຍ​ການ​ສະ​ແດງ​ໄຟ​ແສງ​ສີ ແລະ ຍິງບັ້ງ​ໄຟ​ດອກ​ດຳ​ເນີນ​ໃນ​ເວ​ລາ 10 ນາ​ທີ ຊື່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ປະ​ຊາ​ຊົນ​ປະ​ມານ 80.000 ຄົນ.

        


ຕອບກັບ

ຂ່າວ/ບົດ​ອື່ນ