ປະຊາຊົນຫວັງວ່າບັນດາແຜນນະໂຍບາຍຈະປະກົດຜົນເປັນຈິງ

ປະຊາຊົນຫວັງວ່າບັນດາແຜນນະໂຍບາຍຈະປະກົດຜົນເປັນຈິງ  - ảnh 1
ປະຊາຊົນຫວັງວ່າບັນດາແຜນນະໂຍບາຍຈະປະກົດຜົນເປັນຈິງ
(ພາບ​ປະ​ກອບ)

(vovworld) - ໜຶ່ງ​ໃນ​ບັນດາ​ໜ້າ​ທີ່ຈຸດ​ສຸມ​ຂອງ​ອາຍຸ​ການ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ແມ່ນ “ສືບ​ຕໍ່​ປະຕິບັດ​ສາມ​ບຸກທະລຸ​ຍຸດ​ທະ​ສາດ​ຢ່າງ​ມີ​ປະສິດທິ​ຜົນ; ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດຕິດ​ພັນ​ກັບ​ການ​ປ່ຽນ​ໃໝ່​ຮູບ​ແບບ​ເຕີບ​ໂຕ​ສັງ​ລວມ ​ແລະ ຄົບ​ຊຸດ“. ບັນດາ​ຄວາມ​ເຫັນ​ຂອງ​ປະຊາຊົນ​ລ້ວນ​ແຕ່​ຫວັງ​ວ່າ, ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ບັນດາ​ໜ້າ​ທີ່, ​ແຜນ​ນະ​ໂຍບາຍ​ນີ້​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ທັນທີ ​ແລະ ນຳ​ເຂົ້າ​ພຶດຕິ​ກຳ​ຕົວ​ຈິງ, ຕາມ​ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ ລື​ວບິ​ກ​ໂຮ່ ​ແລ້ວ, ນີ້​ແມ່ນ​ແຜນ​ນະ​ໂຍບາຍ​ໃຫຍ່ ​ແລະ ສຳຄັນ, ຕ້ອງ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ:

“​ໄລຍະ​ຈະ​ມາ​ເຖິງ, ຫວຽດນາມ ​ເຊື່ອມ​ໂຍງ​ກັບ​ບັນດາ​ສັນຍາ​ການ​ຄ້າ​ລຸ້ນ​ໃໝ່​ຄື: ສັນຍາ TPP ຢ່າງ​ເລິກ​ເຊິ່ງ, ດັ່ງ​ນັ້ນ​ຮຽກຮ້ອງ​ຕ້ອງ​ສືບ​ຕໍ່​ຍູ້​ແຮງ​ການ​ປະຕິ​ຮູບ​ລະບອບ, ກວດຄືນ, ປັບປຸງ​ໃຫ້​ສົມ​ບຸນກວ່າ. ພື້ນຖານ​ເສດຖະກິດ​ການ​ຕະຫຼາດ​ຕ້ອງ​ມີ​ບັນດາ​ປັດ​ໃຈ​ຕະຫຼາດ​ຢ່າງຄົບ​ຖ້ວນ​ກວ່າ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​​ເຊື່ອມ​ໂຍງ ​ແລະ ທັນ​ສະ​ໄໝ​ກວ່າ, ຕິດ​ພັນ​ກັບ​ລະບອບ ​ແມ່ນ​ມະນຸດ, ກົງຈັກ​ຕ້ອງ​ໄດ້​ຮັບ​ການ​ປ່ຽນ​ໃໝ່​ຈຶ່ງ​ສາມາດ​ປະ​ຈິ​ບັດ​ໄດ້. ຂ້າພະ​ເຈົ້າ​ຫວັງ​ວ່າ​ບັນດາ​ຄາດໝາຍ​ເຊິ່ງກອງ​ປະຊຸມ​ໃຫຍ່​ວາງ​ອອກ​ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຖືກຕ້ອງ“.

ບັນດາ​ທິດ​ທາງ, ຄາດໝາຍ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ ​ເຊິ່ງກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ໄດ້​ວາງ​ອອກ ກໍ່​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ປະຊາຊົນ​ຫຼາຍ​ຄົນ. ທ່ານ ຫງວຽນ​ວັນ​ແຄ໋ງ ຢູ່​ເມ​ລິງ, ຮ່າ​ໂນ້ຍ, ຫວັງ​ວ່າ:

“ຫວັງ​ວ່າ​ພາຍຫຼັງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12, ພວກ​ເຮົາ​ຈະ​ປະຕິບັດ​ມະຕິ​ກອງ​ປະຊຸມ​ໃຫຍ່​ໃນ​ທັນທີ ​ເພື່ອ​ກໍ່ສ້າງ​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ​ໃຫ້​ພັດທະນາ, ​ເທົ່າ​ທ​ຽມ​ກັບ​ບັນດາ​ພື້ນຖານ​ເສດຖະກິດ​ອື່ນໆ​ໃນ​ກຸ່ມ​ອາ​ຊຽນ ຫຼື​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ. ປະຊາຊົນ​ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ແຜນ​ນະ​​ໂຍບາຍ, ​ແນວທາງ​ຂອງ​ພັກ​ປະກົດ​ຜົນ​ເປັນ​ຈິງ“.

ຂ່າວ/ບົດ​ອື່ນ