ປະຊາຊົນຫວຽດນາມ ແລະ ໂລກເອກອ້າງທະນົງໃຈຕໍ່ໄຊຊະນະ ການປະຕິວັດເດືອນສິງຫາ


ປະຊາຊົນຫວຽດນາມ ແລະ ໂລກເອກອ້າງທະນົງໃຈຕໍ່ໄຊຊະນະ ການປະຕິວັດເດືອນສິງຫາ - ảnh 1
ວັນ​ທີ 19/8/1945, ຊາວ​ນະ​ຄອນຫຼວງ​ຮ່າ​ໂນ້ຍ​ນັບ​ໝື່ນໆ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ສະ​ໜາມຫຼວງ​ໂຮງ​ລະ​ຄອນ​ໃຫຍ່​ຮ່າ​ໂນ້ຍ ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ໄຊ​ຊະ​ນະ​ຂອງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ

(vovworld)- 70 ປີ​ທີ່​ໄດ້​ຜ່ານ​ພົ້ນ​ໄປ, ແຕ່​ເມື່ອ​ຕີ​ລາ​ຄາ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ເພື່ອ​ນມິດ​ສາ​ກົນລ້ວນ​ແຕ່​ໃຫ້​ຂໍ້​ສັງ​ເກດ​ວ່າ: ບໍ່​ພຽງ​ແຕ່​ຊາດ​ຫວຽດ​ນາມ​ເທົ່າ​ນັ້ນ, ຫາກ​ຊົນ​ຊັ້ນ​ຜູ້​ອອກ​ແຮງ​ງານ ແລະ ບັນ​ດາປະ​ຊາ​ຊາດຖືກ​ກົດ​ຂີ່​ຂູດ​ຮີດ​ຕ່າງໆໃນ​ໂລກ ລ້ວນ​ແຕ່​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ວ່າ ເປັນ​ຄັ້ງ​ທຳ​ອິດ​ໃນ​ປະ​ຫວັດ​ສາດ​ປະ​ຕິ​ວັດ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ທີ່​ເປັນ​ຫົວ​ເມືອງ​ຂຶ້ນ ແລະ ເຄິ່ງ​ຫົວ​ເມ​ືອງ​ຂຶ້ນ, ພັກ​ໜຶ່ງ​ທີ່​ຍັງ​ໜຸ່ມ​ແໜ້ນ ໄດ້​ສາ​ມາດ​ນຳ​ພາ​ການ​ປະ​ຕິ​ວັດ​ຢ່າງ​ສຳ​ເລັດ​ຜົນ. ທ່ານ​ສາດ​ສະ​ດາ​ຈານ ຂະ​ແໜງ​ປະ​ຫວັດ​ສາດ ອາ​ເມ​ລິ​ກາ Douglas Jardin ອະ​ດີດ​ເປັນ​ອາ​ຈານ​ສອນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ໃຫ້​ຂ້​ສັງ​ເກດ​ວ່າ : 

     “ ໃນ​ເວ​ທີ​ສາ​ກົນ, ຜົນ​ສະ​ທ້ອນ​ຂອງ​ເລື່ອງ​ຫວຽດ​ນາມ​ຍາດ​ໄດ້​ໄຊ​ຊະ​ນະ​ເມື່ອ​ປີ 1945 ແມ່ນ​ໃຫຍ່ຫຼວງ​ທີ່​ສຸດ. ໄຊ​ຊະ​ນະ​ຂອງ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ໃຫ້​ແກ່​ບັນ​ດາ​ການ​ຕໍ່​ສູ້​ປົດ​ປ່ອຍ​ຊາດ​ຂອງ​ປະ​ເທດ​ຕ່າງໆ​ໃນ​ໄລ​ຍະ​ຕໍ່​ໄປ. ກຳ​ລັງ​ແຜ່​ຂະ​ຫຍາຍ​ຂອງ ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາຢູ່​ຫວຽດ​ນາມບໍ່​ພຽງ​ແຕ່​ຈຳ​ກັດ​ໃນ​ພາ​ກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງໃຕ້ເທົ່າ​ນັ້ນ, ຫາກ​ມັນ​ໄດ້​ປະ​ກອບ​ສ່ວນ​ສຳ​ຄັນ​ເພື່​ອ​ປຸກ​ລຸກ​ບັນ​ດາ​ປະ​ຊາ​ຊາດ​ໃນ​ໂລກພ້ອມ​ກັນ​ລ​ຸກ​ຮື້​ຂຶ້ນ​ທຳ​ການ​ຕໍ່​ສູ້​ເພື່ອ​ປົດ​ປ່ອຍ​ຕົນ​ເອງ​ໃຫ້ຫຼຸດ​ພົ້ນ​ອອກ​ຈາກ​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ ແລະ ຈັກ​ກະ​ພັດ ”

    

ຂ່າວ/ບົດ​ອື່ນ