ປະຊາຊົນຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ ຈັດຕັ້ງການເຄື່ຶອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ ວັນຊາດຫວຽດນາມ ແລະ ອາໄລຫາປະທານໂຮ່ຈີມິນ

(VOVWORLD) - ເພື່ອສະເຫຼີມສະຫຼອງວັນໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 74 ປີ, ຕອນຄໍ່າວັນທີ 2 ກັນຍາ, ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງການຍິງບັ້ງໄຟດອກຢູ່ບາງສະຖານທີ່ວັດທະນະທໍາ ແລະ ລາຍການສະແດງສິລະປະຕ່າງໆ.
ປະຊາຊົນຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ ຈັດຕັ້ງການເຄື່ຶອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ ວັນຊາດຫວຽດນາມ ແລະ ອາໄລຫາປະທານໂຮ່ຈີມິນ - ảnh 1 ນະຄອນໂຮ່ຈີມິນ ຈັດຕັ້ງການຍິງບັ້ງໄຟດອກຢູ່ສະຖານທີ່ຕ່າງໆ (ພາບ: VOV)

ໃນວັນດຽວກັນ, ປະຊາຊົນນະຄອນໂຮ່ຈີມິນ ແລະ ແຂກທ່ອງທ່ຽວເປັນຈໍານວນຫຼາຍ ໄດ້ໄປຢ້ຽມຢາມຫໍພິພິທະພັນໂຮ່ຈີມິນ, ສາຂານະຄອນໂຮ່ຈີມິນ ຫຼື ຍັງເອີ້ນວ່າ ທ່າກໍ່າປັນ ຍ່າຣົ່ງ ເຊິ່ງເປັນສະຖານທີ່ປະທານໂຮ່ຈີມິນ ໄດ້ອອກຈາກນີ້ໄປຊອກຫາເສັ້ນທາງກູ້ຊາດເມື່ອປີ 1911, ຈູດທູບທຽນ ອາໄລຫາປະທານໂຮ່ຈີມິນ, ຢ້ຽມຊົມງານວາງສະແດງກ່ຽວກັບພາລະກິດຂອງເພິ່ນ. ປ້າ ຈູງທິກິມໝີ, ອາຍຸ 82 ປີ, ຢູ່ຕາແສງ 4, ເມືອງ 8 ແບ່ງປັນວ່າ:

        “ເພື່ອອາໄລຫາປະທານໂຮ່ຈີມິນ ແລະ ສະແດງຄວາມບຸນຄຸນອັນດີງາມຂອງເພິ່ນທີ່ມີຕໍ່ປະເທດຊາດ, ຂ້າພະເຈົ້າໄດ້ ໄປຮ່າໂນ້ຍ ຊື້ ຮູບປັ້ນປະທານໂຮ່ຈີມິນ ມາບູຊາ. ຂ້າພະເຈົ້າມີຄວາມໄຝ່ຝັນປະເທດຊາດໄດ້ທ້ອນໂຮມເປັນເອກະພາບ, ດຽວນີີ້ ປະເທດຊາດໄດ້ທ້ອນໂຮມເປັນເອກະພາບແລ້ວ ຂ້າພະເຈົ້າດີໃຈຫຼາຍ. ຮອດວັນບຸນ ກໍໄປຖະຫວາຍທູບທຽນ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ປະທານໂຮ່ຈີມິນ ແລະ ປາດຖະໜາວ່າ ເພິ່ນຈະສືບຕໍ່ຄໍ້າຊູດົນບັນດານໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນໄດ້ຢູ່ເຢັນເປັນສຸກ ນັ້ນແມ່ນຄວາມສຸກຂອງປະຊາຊົນ”.

        ທ່ານ Borris Chris, ອາຍຸ 69 ປີມາຈາກ ອົດສະຕາລີ ແມ່ນໜຶ່ງໃນບັນດາແຂກທ່ອງທ່ຽວ ມາຢ້ຽມຢາມທ່າກໍ່າປັ່ນ ຍ່າຣົ່ງ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມເຄົາລົບ ແລະ ນັບຖືປະທານໂຮ່ຈີມິນເປັນຢ່າງສູງ. ນີ້ເປັນຄັ້ງທໍາອິດ, ຂ້າພະເຈົ້າມາທີ່ນີ້ ແລະ ຂ້າພະເຈົ້າຮູ້ວ່າ ມື້ນີ້ ແມ່ນວັນບຸນຂອງຊາດ ຫວຽດນາມ ແມ່ນວັນບຸນທີ່ສໍາຄັນ. ຂ້າພະເຈົ້າມາຫວຽດນາມໃນໂອກາດນີ້ ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ມາຢາມອະນຸສາວະລີປະທານໂຮ່ຈີມິນໃນໂອກາດວັນຊາດຫວຽດນາມ”.

ປະຊາຊົນຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ ຈັດຕັ້ງການເຄື່ຶອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ ວັນຊາດຫວຽດນາມ ແລະ ອາໄລຫາປະທານໂຮ່ຈີມິນ - ảnh 2ພໍ່ແມ່ພີ່ນ້ອງຊາວເຜົ່ານຸ່ງ ຢູ່ແຂວງລ້າງເຊີນ ເຕົ້າໂຮມກັນເພື່ອຈັດຕັ້ງການຂັບ ສະລີ ສະເຫຼີມສະຫຼອງວັນແຫ່ງເອກະລາດ (ພາບ: VOV)

        ໃນໂອກາດນີ້, ພໍ່ແມ່ພີ່ນ້ອງຊາວເຜົ່ານຸ່ງ ຢູ່ແຂວງລ້າງເຊີນ ກໍໄດ້ເຕົ້າໂຮມກັນຢູ່ເຂດອະນຸສາວະລີ ຮວ່າງວັນທຸ, ຕັ້ງຢູ່ເທດສະບານເມືອງຈີລັງ, ນະຄອນລ້າງເຊີນ ເພື່ອຈັດຕັ້ງການຂັບ ສະລີ ສະເຫຼີມສະຫຼອງວັນແຫ່ງເອກະລາດ - ເຊິ່ງເປັນປະເພດຂັບລໍາພື້ນເມືອງທີ່ເປັນເອກະລັກສະເພາະຂອງສາງສິລະປະວັນນະຄະດີພື້ນເມືອງ ຂອງຊາວເຜົ່ານຸ່ງ ຢູ່ລ້າງເຊີນ.

        ບັນຍາກາດຕ້ອນຮັບວັນຊາດຫວຽດນາມ ທີ 2 ກັນຍາ ຢູ່ ຫຼາຍປະເທດກໍຄຶກຄື້ນມ່ວນຊືນບໍ່ຕ່າງຫຍັງກັບຢູ່ພາຍໃນປະເທດ. ວັນທີ 1 ກັນຍາ, ພໍ່ແມ່ປະຊາຊົນຊາວຫວຽດນາມ ທີ່ດໍາລົງຊີວິດຢູ່ນະຄອນຫຼວງ Bratislava ປະເທດສະໂລວາກີ ເກືອບ 200 ຄົນ ໄດ້ມີໜ້າຢູ່ສະໜາມກິລາ Vajnory ເພື່ອເຊຍໃຫ້ກໍາລັງໃຈໃຫ້ແກ່ການແຂ່ງຂັນກິລາຂອງປະຊາຄົມຊາວຫວຽດນາມອາໄສຢູ່ທີ່ນີ້.

ປະຊາຊົນຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ ຈັດຕັ້ງການເຄື່ຶອນໄຫວຫຼາຍຢ່າງເພື່ອສະເຫຼີມສະຫຼອງ ວັນຊາດຫວຽດນາມ ແລະ ອາໄລຫາປະທານໂຮ່ຈີມິນ - ảnh 3 ການແຂ່ງຂັນກິລາຂອງປະຊາຄົມຊາວຫວຽດນາມອາໄສສະໂລວາກີ

        ສ່ວນຢູ່ ອານເຊຣີ, ແຂກຖືກເຊີນເກືອບ 500 ຄົນ ເຊິ່ງລວມມີບັນດາລັດຖະມົນຕີ ແລະ ເຈົ້າໜ້າທີ່ຂັ້ນສູງຂອງ ອານເຊຣີ, ເອກອັກຄະລັດຖະທູດບັນດາປະເທດ ແລະ ອົງການຕາງໜ້າທາງການທູດຂອງບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ... ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ ອານເຊຣີ ໄດ້ເຂົ້າຮ່ວມ ພິທີສະເຫຼີມສະຫຼອງວັນໄຊຊະນະຂອງການປະຕິວັດເດືອນສິງຫາ ແລະ ວັນຊາດຫວຽດນາມທີ  2 ກັນຍາ ຄົບຮອບ 74 ປີ ໂດຍສະຖານທູດຫວຽດນາມ ຢູ່ ອານເຊຣີຈັດຕັ້ງຂຶ້ນໃນຕອນບ່າຍວັນທີ 2 ກັນຍາ ຢູ່ນະຄອນຫຼວງ ອານເຊຣີ.


ຕອບກັບ

ຂ່າວ/ບົດ​ອື່ນ