ປະຊາຊົນຫຼາຍປະເທດຢູ່ອາຊີຕ້ອນຮັບບຸນເຕັດ

(VOVWORLD) -ໃນຈຸດເວລາສົ່ງທ້າຍປີເກົ່າປີກຸນ, ຕ້ອນຮັບປີໃໝ່ປີຊວດ, ຢູ່ບາງປະເທດຢູ່ອາຊີ, ບັນຍາກາດຕ້ອນຮັບບຸນເຕັດຖືກດຳເນີນໄປຢ່າງຄືກຄື້ນມ່ວນຊື່ນຢູ່ຕາມຖະໜົນສາຍຕ່າງໆ.

ປະຊາຊົນຫຼາຍປະເທດຢູ່ອາຊີຕ້ອນຮັບບຸນເຕັດ - ảnh 1 ປະຊາຊົນຫຼາຍປະເທດຢູ່ອາຊີຕ້ອນຮັບບຸນເຕັດ

(ພາບ: dantri.com.vn)

ເຖິງວ່າ ແມ່ນປະເທດເກີດມີໂລກພະຍາດໂດຍເຊື້ອໄວຣັດ corona ກໍ່ຂຶ້ນກໍ່ຕາມ, ແຕ່ຈີນ ຍັງເຕັມໄປດ້ວຍສີແດງຂອງໂຄມໄຟ, ແຜ່ນຄຳກອນ, ສີແດງຂອງຊຸດເຄື່ອງນຸງປະຈຳຊາດ… ໄດ້ວາງຂາຍຢູ່ຮ້ານຕ່າງໆ. ບັນດາຄະນະສິລະປະກອນຟ້ອນສິງໂຕກໍ່ມີການເຄື່ອນໄຫວກະກຽມຕ້ອນຮັບປີໃໝ່ຢູ່ນະຄອນຫຼວງພະນົມເປັນ, ປະເທດກຳປູເຈຍ. ເຖິງບັນດາປະຊາຊົນກຳປູເຈຍ ຕ້ອນຮັບປີໃໝ່ໃນເດືອນ ເມສາ ກໍ່ຕາມ, ແຕ່ປະຊາຄົມຊາວຈີນ ແລະ ຊາວບັນດາປະເທດຢູ່ອາຊີ ອື່ນພວມດຳລົງຊີວິດຢູ່ກຳປູເຈຍ ຍັງຈັດພິທີຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ.

          ຄຸ້ມຖະໜົນຊາວຈີນ ຢູ່ນະຄອນຫຼວງ ມານີລາ, ປະເທດຟີລິບປີນ ຫຼື ຢູ່ບັນດາເຂດຊາວອາຊີດຳລົງຊີວິດເປັນຈຳນວນຫຼວງຫຼາຍຄືຢູ່ປະເທດ ການາດາ, ອັງກິດ, ຝລັ່ງ, ແຟງລັງ… ກໍ່ໄດ້ຈັດພິທີຕ້ອນຮັບບຸນເຕັດຢ່າງເບີດບານມ່ວນຊື່ນເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ