ປະຊາຊົນອິນໂດເນເຊຍນັບສິບຄົນເຂົ້າຮ່ວມບັນດາກຸ່ມສະໜັບສະໜູນISຢູ່ຟີລິບປິນ

ປະຊາຊົນອິນໂດເນເຊຍນັບສິບຄົນເຂົ້າຮ່ວມບັນດາກຸ່ມສະໜັບສະໜູນISຢູ່ຟີລິບປິນ - ảnh 1
ບັນ​ດາ​ມື​ປືນ​ຊາວ​ມຸດ​ສະ​ລິມ​ ມາ​ເລ​ເຊຍ ຢູ່​ພາກ​ໃຕ້ ຟີ​ລິບ​ປິນ
(ພາບ​ປະ​ກອບ​ຈາກ: Straits Times)

(vovworld) – ວັນ​ທີ 25/10, ​​ບັນ​ດາ​ເຈົ້າ​ໜ້າ​ທີ່​ຕ້ານກໍ່​ການ​ຮ້າຍ ອີນ​ໂດ​ເນ​ເຊຍ ໃຫ້​ຮູ້​ວ່າ: ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ກຸ່​ມ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ຈາກ ອິນ​ໂດ​ເນ​ເຊຍ ພວມ​ເດີນ​ທາ​ງ​ໄປ​ເຂົ້າ​ຮ່ວມ​ກຳ​ລັງ​​ທີ່​ເປັນ “ຄູ່​ຮ່ວມ​ມື” ຂອງ​ເຂົາ​ເຈົ້າ​ຢູ່ ຟີ​ລິບ​ປິນ, ​ສິ່ງ​ດັ່ງ​ກ່າວ​ໄດ້ວາງ​ອອກ​ບັນ​ດາ​ຄວາມ​ວິ​ຕົກ​ວັງ​ວົນ​ກ່ຽວ​ກັບ​ບັນ​ຫາ​ໃຊ້​ຄວາມ​ຮຸນ​ແຮງ​ຂ້າມ​ຊາ​ດ. ບັນ​ດາ​ເຈົ້າ​ໜ້າ​ທີ່ຢູ່ ອາ​ຊີ ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໄດ້​ຍົກ​ສູງ​ການ​ກ່າວ​ເຕືອນ​ນັບ​ແຕ່​ເມື່ອ​ເກີດ​ເຫດ​ບຸກ​ໂຈມ​ຕີ​ດ້ວຍ​ລູກ​ລະ​ເບີດ ແລະ ປືນ​ເຮັດ​ໃຫ້​ນະ​ຄອນຫຼວງ ຈາ​ກາກ​ຕ​າ, ອິນ​ໂດ​ເນ​ເຊຍ ສັ່ນ​ສະ​ເທືອນ​ເມື່ອ​ເດືອນ 1/2016 ແລະ ວາງ​ຂີດ​ໝາຍ​ທຳ​ອິດ​ຂອງ IS ໃນ​ພາ​ກ​ພື້ນ.


ຂ່າວ/ບົດ​ອື່ນ