ປະຊາຊົນອາບຟຣີກາໃຕ້ແລະເພື່ອນມິດສາກົນເຂົ້າຮ່ວມງານສົບອະດີດປະທານາທິບໍດີNelson Mandela

ປະຊາຊົນອາບຟຣີກາໃຕ້ແລະເພື່ອນມິດສາກົນເຂົ້າຮ່ວມງານສົບອະດີດປະທານາທິບໍດີNelson Mandela - ảnh 1
ສະໜາມ​ກິລາ Soccer City ຢູ່​ນະຄອນ Johannesburg
(ພາບ: kenh14.vn)


(vovworld) – ​​ ປະຊາຊົນ​ ອາບຟຣີກາ​ໃຕ້ ​ແລະ ​ເພື່ອນ​ມິດສາ​ກົນ​ນັບ​ໝື່ນ​ຄົນ, ​ໃນ​ນັ້ນ​ມີ​ທ່ານ​​ເລຂາທິການ​​ໃຫຍ່ ສປຊ Ban Ki – moon ​ແລະ ການ​ນຳ​ລັດ​ ​ແລະ ລັດຖະບານ​ຕ່າງໆ​ເກືອບ 100 ທ່ານ, ​ໄດ້​ເຕົ້າ​ໂຮມ​ຢູ່​ສະໜາມ​ກິລາ Soccer City ຢູ່​ນະຄອນ Johannesburg ​ເພື່ອ​ເຂົ້າຮ່ວມ​ພິທີງານ​ສົບ​ຂອງ​ອະດີດ​ປະ​ນາທາ​ທິບໍດີ Nelson Mandela . ກ່າວ​ຄຳ​ເຫັນ​ນະ​ພິທີ​ໃນ​ວັນ​ທີ 10/12, ທ່ານ​ປະທານາທິບໍດີ ອາບຟຣີກາ​ໃຕ້ Jacob Zuma ສະ​ແດງ​ຄວາມ​ເຈັບ​ປວດ ຂອງ​ປະຊາຊົນ ອາບຟຣີກາ​ໃຕ້​ກໍ່​ຄື​ຂອງ​ໂລກ​ເມື່ອ​ບຸກຄົນ​ທີ່​ຍິ່ງ​ໃຫຍ່​​ໄດ້​ເຖິງ​ແກ່​ມໍລະນະ​ກຳ. ທ່ານ Jacob Zuma ຢັ້ງຢືນ​ວ່າ: ການ​ຕໍ່ສູ້​ບໍ່​ຮູ້​ອິດ​ບໍ່​ຮູ້​​ເມື່ອຍ​​ເພື່ອ​ເສລີພາບ​ຂອງ​ທ່ານ​ອະດີດ​ປະ​ນາທາ​ທິບໍດີ Nelson Mandela ກໍ່​ຄື​ຄວາມ​ຄ່ຽມຄົມ, ຈິດ​ໃຈ​​ຮັກ​ແພງ​ມະນຸດ​ຂອງ​ທ່ານ​ເຮັດ​ໃຫ້​ປະຊາຊົນ​ໃນ​ທົ່ວ​​ໂລກ​ເຄົາລົບ​ນັບຖື.

    ທ່ານ​​​ເລຂາທິການ​​ໃຫຍ່ ສປຊ Ban Ki – moon ສະ​ແດງຄວາມ​ສະ​ເທືອ​ນ​ໃຈ ​ແລະ ສົ່ງຂໍ​ແບ່​ງ​ເບົາ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຄອບຄົວ​ທ່ານ Mandela ​ແລະ ປະຊາຊົນ ອາບຟຣີກາ​ໃຕ້​. ​ໃນ​ຂະນະ​ນັ້ນ, ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ຢັ້ງຢືນ​ວ່າ: “ການ​ຕໍ່ສູ້ ​ແລະ ​ໄຊຊະນະຂອງ​ທ່ານ Mandela ​ແມ່ນ​ຂອງ​ທົ່ວ​ໂລກ. ”

ຂ່າວ/ບົດ​ອື່ນ