ປະຊາຊົນອາຟລິກາໃຕ້ ສະແດງຄວາມເສົ້າສະຫຼົດໃຈຕໍ່ອະດີດປະທານາທິບໍດີ Nelson Mandela

ປະຊາຊົນອາຟລິກາໃຕ້ ສະແດງຄວາມເສົ້າສະຫຼົດໃຈຕໍ່ອະດີດປະທານາທິບໍດີ Nelson Mandela - ảnh 1
ປະຊາຊົນ​ອາ​ຟລິ​ກາ​​ໃຕ້ເຂົ້າ​ຮ່ວມ​ພິທີພາວະນາ​ໃຫ້​ດວງ​ວິນ​ຍານ​
ຂອງ​ອະດີດປະທານາທິບໍດີ Nelson Mandela
(ພາບ: nguoiduatin.vn)


(vovworld) - ວັນ​ທີ 08/12, ປະຊາຊົນ​ອາ​ຟລິ​ກາ​​ໃຕ້ ນັບ​ລ້ານ​ຄົນ, ​ໂດຍບໍ່​ຈຳ​ແນ​ກການ​ເຊື່ອ​ຖື, ຜິວ​ພັນ, ​ເກັ່ນອາຍຸ ​ແລະ ຍິງ​ຊາຍ, ພ້ອມ​ກັນ​ເຂົ້າ​ຮ່ວມ​ພິທີພາວະນາ​ໃຫ້​ດວງ​ວິນ​ຍານ​ຂອງ​ອະດີດປະທານາທິບໍດີ Nelson Mandela. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ໃຫ້​ສັບປະດາ​ພາວະນາ​ໂດຍ​ລັດຖະບານອາ​ຟລິ​ກາ​​ໃຕ້ ປຸກລະດົມ​ດ້ວຍ​ຂະໜາດ​ໃຫຍ່​ທີ່​ບໍ່​ເຄີຍ​ມີ​ມາກອນ​ໃນ​ທົ່ວ​ປະ​ເທດ​ເພື່ອຍ້ອງຍໍ​ການ​ນຳ​ທີ່​ຍິ່ງ​ໃຫຍ່, ຜູ້​ທີ່​ໄດ້​ປະກອບສ່ວນຍາດ​ເອົາ​ອິດ​ສະລະ​ພາບ, ປະຊາທິປະ​ໄຕ ບໍ່​ພຽງ​ແຕ່​ໃຫ້ອາ​ຟລິ​ກາ​​ໃຕ້ ​ແລະ ອາ​ຟລິ​ກາ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ປະຊາຊົນ​ໃນ​ໂລກ​ອີກ​ດ້ວຍ. ທ່ານ​ປະທານາທິບໍດີອາ​ຟລິ​ກາ​​ໃຕ້ Jacob Zuma ​ໄດ້​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່​ນະຄອນ Johannesburg, ​ເຊິ່ງ​ແມ່ນ​​ແຫ່ງ​ທີ່​ທ່ານ Nelson Mandela ສ້າງ​ຂີດ​ໝາຍ​ຫຼາຍ​ຢ່າງ​ທີ່​ສຸດໃນ​ຊີວິດ​ແຫ່ງ​ການ​ເຄື່ອນ​ໄຫວ​ຂອງ​ຕົນ. ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ຕົນ, ທ່ານ​ປະທານາທິບໍດີ Jacob Zuma ຂອບອົກ​ຂອບ​ໃຈ​ປະຊາຊົນ​ອາ​ຟລິ​ກາ​ໃຕ້ ​ເຊິ່ງ​ໄດ້​ສະຫງວນ​ອາລົມ​ຈິດອັນ​ເລິກ​ເຊິ່ງ​ໃຫ້​ “ຜູ້​ເປັນ​ພໍ​ຂອງ​ຊາດ”, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະຊາຊົນ​​ສະ​ແດງ​ຄວາມ​ຮັກ​ແຮງ ​ແລະ ​ເຄົາ​ລົບ​ຕໍ່ອະດີດປະທານາທິບໍດີ Nelson Mandela.

ຂ່າວ/ບົດ​ອື່ນ