ປະຊາຊົນອາເມລິກາເປັນຈຳນວນຫຼວງຫຼາຍສະໜັບສະໜູນການສ້າງສາຍພົວພັນເປັນປົກກະຕິກັບກຸຍບາ

ປະຊາຊົນອາເມລິກາເປັນຈຳນວນຫຼວງຫຼາຍສະໜັບສະໜູນການສ້າງສາຍພົວພັນເປັນປົກກະຕິກັບກຸຍບາ - ảnh 1
(ພາບປະກອບ)

​​(vovworld) - ໝາກຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ຫວ່າງ​ມໍ່ໆ​ມາ​ນີ້ ​ທີ່ຫາ​ກໍປະກາດ​ຢູ່​ອາ​ເມ​ລິ​ກາ ​ໃຫ້​ເຫ​ັນວ່າ, ປະຊາຊົນ​ອາ​ເມ​ລິກາ ສ່ວນ​ຫຼາຍ​ໄດ້​ສະໜັບ​ສະໜູນ​ການສ້າງສາ​ຍ​ພົວ​ພັນເປັນ​ປົກກະຕິ​ກັບ​ກຸຍ​ບາ.  ​ໂດຍລະອຽດ​ແມ່ນ, ມີ​ເຖິງ 75% ​ໃນ​ຈຳນວນ​ປະຊາຊົນ​ອາ​ເມ​ລິ​ກາ 1.000 ຄົນ ​ເຂົ້າ​ຮ່ວມ​ການ​ສຳ​ຫຼວດຖື​ວ່າ, ປະ​ເທດ​ນີ້​ຄວນ​ມີການ​ພົວພັນ​ທາງ​ການ​ທູດ​ກັບ​ກຸຍ​ບາ. ນອກ​ນັ້ນ, ມີ 58% ຈຳນວນ​ຜູ້​ຖືກ​ຖາມ​ເຫັນ​ດີ​ກັບ​ຂໍ້​ຕົກລົງ​ຂອງ​ທ່ານ​ປະທານາທິບໍດີ Barack Obama ຟື້ນ​ຟູ​ການ​ພົວພັນ​ກັບ La Habana, ​ໃນ​ຂະນະ​ນັ້ນ​ມີ 48% ສະໜັບສະໜູນ​ການຍົກ​ເລີກ​ສ່ວນ​ໜຶ່ງ ​ຫຼື ​ຄຳ​ສັ່ງ​ຂວ້ຳບາດ​ດ້ານ​ເສດຖະກິດທັງ​ໝົດ​ທີ່​ແກ່ຍາວ​ເປັນ​ເວລາ 50 ປີ.

        ການ​ຢັ່ງ​ຫາງ​ສຽງ​ໂດຍສຳນັກ​ຂ່າວສານ AP ​ຂອງ​ອາ​ເມ​ລິ​ກາ ​ແລະ ບໍລິສັດ​ຄົ້ນ​ຄວ້າ GFK ສົມທົບ​ກັນ​ປະຕິບັດ, ​ກ່ອນ​ທີ່​ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ​ເປີດ​ສະຖານທູດ​ປະຈຳ​​ແຕ່ລະ​ປະ​ເທດ ​ຄືນ​ໃໝ່ເປັນ​ເວລາ​​ໜຶ່ງສັບ​ປະດາ. ປະຈຸ​ບັນ, ອາ​ເມ​ລິ​ກາ ​ແລະ ກຸຍ​ບາ ​ໄດ້​ດຳ​ເນີນການ​ເຈລະຈາ 4 ຮອບ ຢູ່​ນະຄອນ​ຫຼວງ​ຂອງ 2 ປະ​ເທດ ​ດ້ວຍ​ບັນດາຄວາມ​ຄືບ​ໜ້າໃນ​ຫຼາຍ​ບັນຫາ​ສຳຄັນ. ອາ​ເມ​ລິ​ກາ ກໍ​ຍົກ​​ເລີກ​ຮົ້ວ​ກີດຂວາງ​ໃຫຍ່​ສຸດ ​ບົນ​ເສັ້ນທາງ​ຟື້ນ​ຟູ​ການ​ພົວພັນ 2 ຝ່າຍ ​ເມື່ອ​ລືບ​ຊື່ກຸຍ​ບາ ​ອອກ​ຈາກ​ບັນຊີ​ລາຍ​ຊື່ບັນດາ​ປະ​ເທດ​ອຸປະຖຳ​​ໃຫ້​ແກ່​ການກໍ່​ການ​ຮ້າຍ.

ຂ່າວ/ບົດ​ອື່ນ