ປະ​ຊາ​ຊົນເຂດ ​ຫວຽດ​ບັກ ກັບ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ

(VOVWORLD) -ສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດ ຫວຽດບັກ ແລ້ວ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍເປັນເພື່ອນຜູ້ສະໜິດສະໜົມ. 

        ພໍ່ແມ່ປະຊາຊົນເຂດ ຫວຽດບັກ ທາງພາກເໜືອ ຫວຽດນາມ ຍາມໃດກໍຖື ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນສ່ວນໜຶ່ງປະຫວັດສາດຂອງບ້ານເກີດເມືອງນອນຂອງຕົນ. ສຳລັບພໍ່ແມ່ພີ່ນ້ອງບັນດາເຜົ່າຢູ່ເຂດ ຫວຽດບັກ ແລ້ວ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍເປັນເພື່ອນຜູ້ສະໜິດສະໜົມ. ລຸງ ຮ່າວັນຍິວ ເຊິ່ງເປັນພະນັກງານພັກກິນເບ້ຍບຳນານຢູ່ແຂວງ ລ້າງເຊີນ ໃຫ້ຮູ້ວ່າ:

ປະ​ຊາ​ຊົນເຂດ ​ຫວຽດ​ບັກ ກັບ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ - ảnh 1ລຸງ ຮ່າວັນຍິວ 

“ຂ້າພະເຈົ້າໄດ້ຕິດຕາມລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ເປັນປະຈຳ, ໂດຍສະເພາະແມ່ນບັນດາລາຍການສະຖານະການການເມືອງ. ທີໜຶ່ງແມ່ນຊ່ວຍໃຫ້ເຮົາກຳແໜ້ນໄດ້ສະພາບການລວມ, ສະພາບການສະເພາະຂອງແຕ່ລະເຂດພາກ. ນອກຈາກນັ້ນ, ຍັງແນະນຳກ່ຽວກັບນະໂຍບາຍ, ກ່ຽວກັບສຸຂະພາບ, ຮຽນຮູ້ໄດ້ເຕັກນິກການປູກຝັງ, ລ້ຽງສັດ ແລະ ຫຼາຍບັນຫາອື່ນໆອີກດ້ວຍ.

        ນັບແຕ່ເມື່ອໄດ້ຮັບຟັງ “ວິທະຍຸກະຈາຍສຽງ ຫວຽດນາມ” ຈາກບັນດາລາຍການອອກອາກາດທຳອິດ ຜ່ານໂທລະໂຄ່ງໜ່ວຍໜຶ່ງດຽວຢູ່ເທດສະບານ ບັກກ້ານ, ແຂວງ ບັກກ້ານ ມາຮອດທຸກວັນນີ້, ເຄື່ອງວິທະຍຸໜ່ວຍນ້ອຍໆ ໄດ້ກາຍເປັນເຄື່ອງຕິດໂຕ ທີ່ຂາດບໍ່ໄດ້ຂອງລຸງ ຫງວຽນກວນ.

        “ສື່ມວນຊົນດຽວນີ້ກໍມີຫຼາຍຮູບຫຼາຍແບບ. ແຕ່ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍເປັນຊ່ອງກຳນົດທິດ ແລະ ໃຫ້ຂໍ້ມູນຂ່າວທີ່ຊັດເຈນ ແລະ ຕອບສະໜອງໄດ້ຄວາມຕ້ອງການໃນຊີວິດປະຈຳວັນຂອງປະຊາຊົນ”.

ປະ​ຊາ​ຊົນເຂດ ​ຫວຽດ​ບັກ ກັບ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ - ảnh 2ເຄື່ອງວິທະຍຸໜ່ວຍນ້ອຍໆ ໄດ້ກາຍເປັນເຄື່ອງຕິດໂຕ ທີ່ຂາດບໍ່ໄດ້ຂອງລຸງ ຫງວຽນກວນ
 ມາຮອດປັດຈຸບັນ, ວິທະຍຸກະຈາຍສຽງ ຫວຽດນາມ ແມ່ນອົງການສື່ມວນຊົນແຫ່ງຊາດໜຶ່ງດຽວທີ່ພັດທະນາຕາມຮູບແບບການສື່ສານດ້ວຍຫຼາຍຮູບຫຼາຍແບບ ແລະ ມີຄົບທຸກປະເພດ ເຊິ່ງລວມມີ ລາຍການກະຈາຍສຽງ, ໂທລະພາບ, ໜັງສືພິມເອເລັກໂຕນິກ ແລະ ໜັງສືພິມ. ດ້ວຍໄລຍະກວ່າ ¾ ສະຕະວັດແຫ່ງການສ້າງສາ ແລະ ເຕີບໃຫຍ່, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ກາຍເປັນອົງການສື່ມວນຊົນແຖວໜ້າຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ