ປະຊາຊົນເຊື່ອຖືສາສະຫນາ ຄຼິດ ຫວຽດນາມ ເຊື່ອໝັ້ນຕໍ່ແຜນນະໂຍບາຍຂອງພັກ, ລັດ

ປະຊາຊົນເຊື່ອຖືສາສະຫນາ ຄຼິດ ຫວຽດນາມ ເຊື່ອໝັ້ນຕໍ່ແຜນນະໂຍບາຍຂອງພັກ, ລັດ - ảnh 1
ທ່ານຮູ່ນດ໋າມປະທານສູນກາງ​ແນວ​​ໂຮ​ມ
ປະ​ເທດ​ຊາດ ຫວຽດນາມ
ພາບ:internet


(vovworld) - ເນື່ອງໃນໂອກາດວັນບຸນຄຼິດສະມາດ 2012, ທ່ານປະທານສູນກາງ​ແນວ​​ໂຮ​ມປະ​ເທດ​ຊາດ ຫວຽດນາມ ຮູ່ນດ໋າມ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ບັນດາພະ​ພິຂະ​ສົງ, ຍົດ​ຖາ​ບັນດາສັກ, ນັກບວດ ພ້ອມ​ກັບ​ປະຊາຊົນ​ເຊື່ອ​ຖື​ສາສະຫນາ ຄຼິດ ຫວຽດນາມ. ​ໃນ​ຈົດໝາຍ, ທ່ານ ຮູ່ນດ໋າມ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ: ​ໃນ​ໄລຍະ​ຜ່ານ​ມາ,​ ສະມາ​ຄົມ​ຄິດ​ທະສາສະຫນາ ຫວຽດນາມ, ບັນດາ​ສະມາຄົມ​ຂ່າວ​ປະ​ເສີດ ​ໄດ້​ເສີມ​ຂະຫຍາຍ​ທິດ​ທາງ​ອັນ​ດີງາມ, ຮັບ​​ໃຊ້​ຄວາມ​ຜາ​ສຸກ​ຂອງ​ປະຊາຊົນ, ຮັບ​ໃຊ້ພະ​ເຢຊູ, ຮັບ​ໃຊ້​ປະ​ເທດ​ຊາດ, ມີ​ຄວາມ​ເຊື່ອ​ໝັ້ນ ​ແລະ ປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ເປັນ​ຢ່າງ​ດີ, ປະກອບສ່ວນ​ພ້ອມ​ກັບ​ປະຊາຊົນ​ໃນ​ທົ່ວ​ປະ​ເທດ​ປະຕິບັດ​ບັນດາ​ຫນ້າ​ທີ່​ພັດທະນາ​ເສດຖະກິດ, ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນຄວາມ​ສະຫງົບ ​ແລະ ​ເສີ​ມຂະຫຍາຍ​ກຳລັງ​ແຮງ​ຂອງ​ກຸ່ມ​ກ້ອນມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ.  ທ່ານ​ປະທານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຮູ່ນດ໋າມ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ: ​ກ້າວ​ເຂົ້າ​ສູ່​ປີ​ໃຫມ່, ບັນດາ​ພະ​ພິຂະ​ສົງ, ຍົດ​ຖາ​ບັນດາສັກ, ນັກບວດ ພ້ອມ​ກັບ​ປະຊາຊົນ​ເຊື່ອ​ຖື​ສາສະຫນາ​ຄິຼດ ຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ຮັກ​ຊາດ, ຮ່ວມ​ເດີນທາງ​ກັບປະ​ເທດ​ຊາດ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ, ຮ່ວມ​ແຮງ​ຮ່ວມ​ໃຈ​ສ້າງສາ​ປະ​ເທດ ຫວຽດນາມ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ປະຊາທິປະ​ໄຕ, ຍຸຕິ​ທຳ ​ແລະ ສີວິ​ໄລ”.

 

 

ຕອບກັບ

ຂ່າວ/ບົດ​ອື່ນ