ປະຊາຊົນແຂວງຈາວີງນັບພັນເທື່ອຄົນຖະຫວາຍທູບທຽນໄຫວ້ບູຊາປະທານໂຮ່ຈິມີນ

ປະຊາຊົນແຂວງຈາວີງນັບພັນເທື່ອຄົນຖະຫວາຍທູບທຽນໄຫວ້ບູຊາປະທານໂຮ່ຈິມີນ - ảnh 1
ພາບປະກອບ:internet


(vovworld)- ຕອນ​ເຊົ້າ​ວັນ​ທີ 2/9 ຢູ່​ວິຫານ​ໄຫວ້​ບູຊາ​ປະທານ​ໂຮ່ຈິ​ມີນ ຢູ່​ຕາ​ແສງ ລອງ​ດືກ, ນະຄອນ ຈາ​ວີ​ງ,​ ສະຫະພັນ​ແມ່​ນຍິງ​ແຂວງ ຈາ​ວີ​ງ ສົມທົບ​ກັບ​ຄະນະ​ພັ​ກ​ແຂວງ ຈັດ​ຕັ້ງ​ພິທີ​ໄຫວ້​ບູຊາ​ປະທານ​ໂຮ່ຈິ​ມີນ. ມີ​ພະນັກງານ, ສະມາຊິກ​ສະມາຄົມ,​ຊາວ​ຫນຸ່ມ​ພ້ອມ​ດ້ວຍ​ປະຊາຊົນ​ນັບ​ພັນ​ຄົນ​ໄດ້​ເຂົ້າ​ຮ່ວມ​ພິທີ​ດັ່ງກ່າວ. ນາງ ມາຍ​ທິຮົ່ງກວຽນ ຢູ່​ຕາ​ແສງ ​ເຕີນ​ຮວ່າ ​​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

        “ຂ້າພະ​ເຈົ້າ​ມາ​ໄຫວ້​ອາ​ໄລ​ຢູ່​ວິ​ຫານ​​ໄຫວ້​ບູຊາ​ປະທານ​ໂຮ່ຈິ​ມີນ​ເປັນ​ຫລາຍ​ຄັ້ງ​ແລ້ວ,​ ​ແຕ່​ເທື່ອ​ນີ້ ຂ້າພະ​ເຈົ້າ​ຮູ້ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ,​ນັ້ນ​ແມ່ນ​ຈາ​ລືກ​ເຖິງ​ຄຸນງາມຄວາມດີ​ຂອງ​ປະທານ​ໂຮ່ຈິ​ມີນ. ຂ້າພະ​ເຈົ້າ​ຍາມ​ໃດ​ກໍ​ຈົດ​ຈຳ່ຄຸນງາມຄວາມດີ​ຂອງ​ປະທານ​ໂຮ່ຈິ​ມີນ ​ແລະ ຈະ​ສູ້​ຊົນ​ເພື່ອ​ປະກອບສ່ວນ​ສ້າງສາ​ບ້ານ​ເກີດ​ເມືອງ​ນອນ,​ສ້າງ​ສາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ