ປະ​ຊາ​ຊົນແຕ່​ລະ​ຄົນ​ຕ້​ອງ​ປະ​ຕິ​ບັດ​​ຕາມການ​ແນະ​ນຳ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19

(VOVWORLD) -ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີເນັ້ນໜັກວ່າທຸກໆຄົນ, ບໍ່ວ່າຜູ້ໃດ ກໍ່ສາມາດຕິດເຊື້ອພະຍາດໄດ້ແລະກາຍເປັນຜູ້ແຜ່ລະບາດໄປສູ່ຜູ້ອື່ນຖ້າຫາກວ່າປະໝາດ, ບໍ່ປະຕິບັດຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງອຳນາດການປົກຄອງ, ການແນະນຳຂອງຂະແໜງສາທາລະນະສຸກ.
ປະ​ຊາ​ຊົນແຕ່​ລະ​ຄົນ​ຕ້​ອງ​ປະ​ຕິ​ບັດ​​ຕາມການ​ແນະ​ນຳ​ຂອງ​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ​ໃຫ້​ເປັນ​ຢ່າງ​ດີ​ເພື່ອ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid – 19 - ảnh 1

ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີຮຽກຮ້ອງໃຫ້ປະຊາຊົນປະຕິບັດຕາມບັນດາການແນະນຳຂອງຂະແໜງສາທາລະນະສຸກຢ່າງເຂັ້ມງວດເພື່ອປ້ອງກັນ, ສະກັດກັ້ນ ໂລກລະບາດ Covid 19 (ພາບ: VGP)

ກ່າວຄຳເຫັນສະຫຼຸບກອງປະຊຸມທາງອອນລາຍໂດຍມີການເຊື່ອມຕໍ່ຢູ່ 24 ຫົວໜ່ວຍຂອງຄະນະຊີ້ນຳ ການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19 ແຫ່ງຊາດທີ່ໄດ້ດຳເນີນໃນຕອນບ່າຍວັນທີ 25 ມີນາ, ທ່ານຫວູດຶກດາມຮອງນາຍົກລັດຖະມົນຕີຫວຽດນາມໄດ້ເນັ້ນໜັກຢ່າງຈະແຈ້ງວ່າດ້ວຍເນື້ອໃນຈິດໃຈທົ່ວປວງຊົນສາມັກຄີກັນສະກັດກັ້ນໂລກລະບາດຄືດັ່ງຕ້ານສັດຕູ, ຫວຽດນາມບັນລຸໄດ້ໝາກຜົນທີ່ດີໃນໄລຍະທີ I ແລ້ວແລະມາຮອດປັດຈຸບັນຍັງຄົງສືບຕໍ່ຄວບຄຸມ ໂລກລະບາດໄດ້ເປັນຢ່າງດີ

ທ່ານຮອງນາຍົກລັດຖະມົນຕີເນັ້ນໜັກວ່າທຸກໆຄົນ, ບໍ່ວ່າຜູ້ໃດ ກໍ່ສາມາດຕິດເຊື້ອພະຍາດໄດ້ແລະກາຍເປັນຜູ້ແຜ່ລະບາດໄປສູ່ຜູ້ອື່ນຖ້າຫາກວ່າປະໝາດ, ບໍ່ປະຕິບັດຢ່າງຖືກຕ້ອງຕາມບັນດາຂໍ້ກຳນົດຂອງອຳນາດການປົກຄອງ, ການແນະນຳຂອງຂະແໜງສາທາລະນະສຸກ. ທ່ານຮອງນາຍົກລັດຖະມົນຕີໃຫ້ຮູ້ວ່າ:

ໃນຈຸດເວລານີ້, ຕ້ອງຈຳກັດການອອກຈາກເຮືອນ, ພວກເຮົາອອກໄປພຽງແຕ່ມີຄວາມຈຳເປັນເທົ່ານັ້ນ.ຖ້າຫາກວ່າຈຳເປັນຕ້ອງອອກໄປຂ້າງນອກນັ້ນຕ້ອງຮັກສາໄລຍະຫ່າງຢ່າງໜ້ອຍສຸດແມ່ນ 2 ແມັດເມື່ອມີການສຳຜັດກັບທຸກຄົນ, ຍາມໃດກໍ່ໃສ່ຜ້າອັດປາກ - ອັດດັງແລະລ້າງມືດ້ວຍສະບູຫຼືນ້ຳຢາຂ້າເຊື້ອເປັປະຈຳ.

ຕອບກັບ

ຂ່າວ/ບົດ​ອື່ນ