ປະຊາຊົນແມ່ນເຈົ້າກຳ, ແມ່ນກຳລັງໜູນຢ່າງແຮງທີ່ສຸດຂອງການທູດປະຊາຊົນ

(VOVWORLD) -ໃນປີ 2022, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ປະຕິບັດວຽກງານການທູດປະຊາຊົນ 2 ຝ່າຍ ແລະ ຫຼາຍຝ່າຍເປັນຢ່າງດີ, ຜ່ານນັ້ນ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ເພີ່ມທະວີຄວາມສາມັກຄີສາກົນ
ປະຊາຊົນແມ່ນເຈົ້າກຳ, ແມ່ນກຳລັງໜູນຢ່າງແຮງທີ່ສຸດຂອງການທູດປະຊາຊົນ - ảnh 1(ກອງປະຊຸມສະຫຼຸບວຽກງານທູດປະຊາຊົນ)

        ປະຊາຊົນແມ່ນເຈົ້າກຳ, ແມ່ນກຳລັງໜູນຢ່າງແຮງທີ່ສຸດຂອງການທູດປະຊາຊົນ. ນີ້ແມ່ນຄຳຢືນຢັນຂອງທ່ານນາງ ບຸຍທິມິງຮ່ວາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ທີ່ກອງປະຊຸມສະຫຼຸບວຽກງານທູດປະຊາຊົນປີ 2022 ແລະ ຜັນຂະຫຍາຍໜ້າທີີ່ປີ 2023 ໂດຍຄະນະພົວພັນຕ່າງປະເທດສູນກາງພັກ ຈັດຂຶ້ນໃນວັນທີ 16 ມັງກອນ, ຢູ່ ຮ່າໂນ້ຍ.

        ໃນປີ 2022, ຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ປະຕິບັດວຽກງານການທູດປະຊາຊົນ 2 ຝ່າຍ ແລະ ຫຼາຍຝ່າຍເປັນຢ່າງດີ, ຜ່ານນັ້ນ, ປະກອບສ່ວນປັບປຸງການພົວພັນມິດຕະພາບ, ເພີ່ມທະວີຄວາມສາມັກຄີສາກົນ, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື; ພ້ອມທັງ, ປະຕິບັດວຽກງານຂົນຂວາຍ, ຕໍ່ສູ້ປົກປ້ອງຜົນປະໂຫຍດຂອງຊາດ, ຂົນຂວາຍແຫຼ່ງກຳລັງສາກົນເພື່ອຮັບໃຊ້ການພັດທະນາເສດຖະກິດ, ສັງຄົມ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ບັນດາການເຄື່ອນໄຫວລວມຂອງປະຊາຊົນຢູ່ພາກພື້ນ ແລະ ໃນໂລກ. ກ່ຽວກັບທິດທາງການເຄື່ອນໄຫວໃນປີ 2023, ທ່ານນາງ ບຸຍທິມິງຮ່ວາຍ, ສະເໜີວ່າ:

        “ວຽກງານການທູດປະຊາຊົນ ຕ້ອງເສີມຂະຫຍາຍບົດບາດເສົາຄ້ຳໃນການສ້າງ, ປັບປຸງພື້ນຖານມິດຕະພາບ, ພື້ນຖານສັງຄົມ, ພັດທະນາການພົວພັນຮ່ວມມືມິດຕະພາບກັບປະຊາຊົນບັນດາປະເທດບ້ານໃກ້ເຮືອນຄຽງ, ເພື່ອນມິດທີ່ເປັນມູນເຊື້ອຢ່າງແຮງກວ່າ. ສືບຕໍ່ປ່ຽນແປງໃໝ່ຈິນຕະນາຄານ ແລະ ຄວາມຮັບຮູ້ໃຫ້ນັບມື້ນັບເລິກເຊິ່ງກວ່າ ກ່ຽວກັບບົດບາດ, ທີ່ຕັ້ງຂອງວຽກງານຖະແຫຼງຂ່າວການຕ່າງປະເທດປະຊາຊົນ, ເຊິ່ງແມ່ນໜຶ່ງໃນຈຳນວນ 3 ເສົາຄ້ຳສ້າງກຳລັງແຮງສັງລວມຂອງພື້ນຖານການຕ່າງປະເທດ ຫວຽດນາມ ຮອບດ້ານ - ທັນສະໄໝ”.

ຕອບກັບ

ຂ່າວ/ບົດ​ອື່ນ