ປະຊາຊົນໃນທົ່ວປະເທດຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່

ປະຊາຊົນໃນທົ່ວປະເທດຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າຕ້ອນຮັບປີໃຫມ່ - ảnh 1 ຊາວ​ຮ່າ​ໂນ້ຍ ພາ​ກັນ​ເຕົ້າ​ໂຮມ​ຢູ່​ໃຈ​ກາງນະ​ຄອນ​ເພື່ອ​ຕ້ອນ​ຮັບ
ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່

(vovworld)- ​ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປ​ີ​ໃຫມ່, ນະ​ຄອນ ຮ່າ​ໂນ້ຍ ໄດ້​ຈັດ​ຕັ້ງ​ບັນ​ດາ​ສະ​ຖານ​ທີ່​ລະ​ຫລິ້ນ​ບັນ​ເທິງ​ກ່າງ​ແຈ້ງ​ໃນ​ຄ່ຳ​ຄືນ​ສົ່ງ​ທ້າ​ຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່. ຊາວ​ຮ່າ​ໂນ້ຍ ທຸກ​ຄົນ​ລ້ວນ​ແຕ່​ມີ​ຄວາມ​ຫວັງ, ຄາດ​ຄະ​ເນ​ໃຫມ່​ໃນ​ປີ​ໃຫມ່​ຈະ​ດີ​ງາມກວ່າ. ຊາວ​ຮ່າ​ໂນ້ຍ ຜູ້​ຫນຶ່ງ ໄດ້​ແບ່ງ​ປັນ​ວ່າ:

        “ປີ​ໃຫມ່ ຂໍ​ອວຍ​ພອນ​ໃຫ້​ທຸກ​ຄົນ​ໃນ​ຄອບ​ຄົວ, ໝູ່​ເພື່ອນ ແລະ ປະ​ຊາ​ຊົນ​ຫວຽດ​ນາມ ໝົດ​ທຸກ​ຄົນ ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມີ​ຄວາມ​ຜາ​ສຸກ. ອວຍ​ພອນ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ສັນ​ຍານ​ດີ​ຂຶ້ນ​ເພື່ອ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ອີ່ມ​ໜຳ​ສຳ​ລານ, ປະ​ເທດ​ຊາດ​ຮັ່ງ​ມີ​ເຂັ້ມ​ແຂງ. ວຽກ​ງານ​ນັບ​ມື້​ນັບ​ສະ​ດວກກວ່າ.”

        ບັນ​ດາ​ນະ​ຄອນ​ໃຫຍ່​ຢູ່​ພາກ​ກາງ​ຫວຽດ​ນາມ​ຄື: ດາ​ຫນັງ, ເຫ້ວ, ຍາ​ຈາງ, ໂຮ້ຍ​ອານ, ຄ່ຳ​ຄື​ນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່​ໄດ້​ດຳ​ເນີນ​ຫລາຍ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ອວ​ຍ​ພອນ​ພັກ ຕ້ອນ​ຮັບ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ.

ກ່ອນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່, ຄະ​ນະ​ຊາວ​ຫນຸ່ມ, ສະ​ຫະ​ພັນ​ຊາວ​ຫນຸ່ມ ຫວຽດ​ນາມ ແຂວງ ເທື່ອ​ທຽນ​ເຫ້ວ ພ້ອມ​ກັບ​ບັນ​ດາ​ນັກ​ໃຈ​ບຸນ​ໃຈ​ກຸ​ສົນ ໄດ້​ມອບ​ຂອງ​ຂວັນ​ບຸນ​ເຕັດ​ໃຫ້​ເດັກ​ນ້ອຍ​ພວມ​ປິ່ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ສູນ​ກາງ ເຫ້ວ ແລະ ກຳ​ມະ​ກອນ​ຢູ່​ບໍ​ລິ​ສັດ​ສິ່ງ​ແວດ​ລ້ອມ ແລະ ກິດ​ຈະ​ກຳ​ຕົວ​ເມືອງ ເຫ້ວ. ​ອ້າຍ ເຈີນ​ຢາ​ບ໋າວ, ເລ​ຂາ​ຄະ​ນະ​ຊາວ​ຫນຸ່ມ​ແຂວງ ເທື່ອ​ທຽນ​ເຫ້ວ ໃຫ້​ຮູ້​ວ່າ:

        “ເລື່ອງມອບ​ຂອງ​ຂວັນ​ນີ້​ໄດ້​ປະ​ກອບ​ສ່ວນ​ແບ່ງ​ເບົາ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ພ້ອມ​ທັງ​ສົ່ງ​ບັນ​ດາ​ຂອງ​ຂວັນ​ບຸນ​ເຕັດ​ເພື່ອ​ໃຫ້​ຄົນ​ງານ​ທຸກ​ຄົນ​ກໍ​ຄ​ື​ຄົນ​ເຈັບ​ພວມ​ປິ່​ນ​ປົວ​ພະ​ຍາດ​ຢູ່​ໂຮງ​ໝໍ​ສູນ​ກາງ​ເຫ້ວ ໄດ້​ຕ້ອນ​ຮັບ​ບຸນ​ເຕັດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.”

        ຢູ່​ນະ​ຄອນ ຍາ​ຈາງ ແຂວງ ແຄງ​ຮ​ວ່າ, ໃນ​ຄ່ຳ​ຄືນ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປ​ີ​ໃຫມ່ ກໍ​ໄດ້​ດຳ​ເນີນ​ລາຍ​ການ​ສະ​ແດງ​ສິ​ລະ​ປະ ຂ່ຳ​ນັບ​ຮັບ​ຕ້ອນ​ລະ​ດູ​ບານ​ໃຫມ່​ປີ​ລະ​ກາ. ສ່ວນ​ຢູ່ ນະ​ຄອນ ຮ້າ​ລອງ, ປະ​ຊາ​ຊົນ​ນັບ​ພັນໆ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ເຂດ​ໃຈ​ກາງ​ເພື່ອ​ລະ​ຫລິ້ນ ແລະ ຖ່າຍ​ຮູບ​ລະ​ນຶກ​ໃນ​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ​ຕ້ອນ​ຮັບ​ປີ​ໃຫມ່. 


ຕອບກັບ

ຂ່າວ/ບົດ​ອື່ນ