ປະຊາຊົນໃນທົ່ວປະເທດຕ້ອນຮັບປີໃຫມ່2017ດ້ວຍຄວາມເບີກບານມ່ວນຊື່ນ

ປະຊາຊົນໃນທົ່ວປະເທດຕ້ອນຮັບປີໃຫມ່2017ດ້ວຍຄວາມເບີກບານມ່ວນຊື່ນ - ảnh 1
ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃຫມ່ 2017 ຢູ່ ຮ່າ​ໂນ້ຍ
ພາບ:dantri

(vovworld)- ຕອນ​ຄ່ຳ​ວັນ​ທີ 31/12 ພ້ອມ​ກັບ​ບັນ​ຍາ​ກາດ​ຕ້ອນ​ຮັບ​ປີ​ໃຫມ່ 2017 ໃນ​ທົ່ວ​ໂລກ, ບັນ​ດາ​ທ້ອງ​ຖິ່ນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ກໍ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ເພື່ອ​ຕ້ອນ​ຮັບ​ປີ​ໃຫມ່ 2017. ຢູ່ ນະ​ຄອນ​ຮ່າ​ໂນ້ຍ, ປະ​ຊາ​ຊົນນັບ​ໝື່ນໆ​ຄົນ ແລະ ນັກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫລວງ​ຫລາຍ ໄດ້​ມີ​ຫນ້າ​ຢູ່​ຫນອງ ຮ​ວານ​ກຽມ, ສະ​ຫນາມ​ຫລວງ​ປະ​ຕິ​ວັດ​ເດືອນ​ສິງ​ຫາ ເພື່ອ​ເຂົ້າ​ຮ່ວມ​ລາຍ​ການ​ສິ​ລະ​ປະຕ້ອນ​ຮັບ​ປີ​ໃຫມ່ 2017. ລາຍ​ການນີ້​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ທະ​ວີບ. ລາຍ​ການ​ຍັງ​ແນະ​ນຳ​ບັນ​ດາ clip ສາ​ລະ​ຄະ​ດີ ກ່ຽວ​ກັບ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຫວຽດ​ນາມ, ບັນ​ດາ​ຮູບ​ພາບ​ສົ່ງ​ຈາກ 5 ທະ​ວີບ​ມາ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ​ອາ​ໄສໃນ​ທົ່ວ​ໂລກ ແລະ ການ​ຕ້ອນ​ຮັບ​ປີ​ໃຫມ່​ຂອງ​ເຂົາ​ເຈົ້າ.

ພ້ອມ​ກັບ​ລາຍ​ການ​ສິ​ລະ​ປະ​ດັ່ງ​ກ່າວ, ຮ່າ​ໂນ້ຍ ຍັງ​ຈັດ​ຕັ້ງ​ຫລາຍ​ລາຍ​ການ​ສິ​ລະ​ປະ​ຕ້ອນ​ຮັບ​ປີ​ໃຫມ່​ອື່ນ​ຢູ່ ເມືອງ ຮ່າ​ດົງ ແລະ ເທດ​ສະ​ບານ​ເຊີນ​ໄຕ​ອີກ​ດ້ວຍ.

ສ່ວນ​ຢູ່​ນະ​ຄອນ ເກີນ​ເທີ ໄດ້​ຈັດ​ຕັ້ງ​ລາຍ​ການ​ສິ​ລ​ະ​ປະ “ເກີນ​ເທີ​ຕ້ອນ​ຮັບ​ປີ​ໃຫມ່ 2017” ຢູ່ ສວນ​ສາ​ທາ​ລະ​ນະ ລື​ວ​ຫືວ​ເຟືອກ ເມືອງ​ນີວ​ກຽວ. ຢູ່ ດາ​ຫນັງ ກໍ​ໄດ້​ຈັດ​ຕັ້ງ​ລາຍ​ການ​ສິ​ລະ​ປະ​ຕ້ອນ​ຮັບ​ປີ​ໃຫມ່ 2017 ດ້ວຍ​ຫົວ​ຂໍ້​ວ່າ: “ພ້ອມ​ກັນ​ສ້າງ​ຄວາມ​ປະ​ທັບ​ໃຈ”.


ຕອບກັບ

ຂ່າວ/ບົດ​ອື່ນ