ປະຊາຊົນໄທ ແຫ່ຂະບວນປະທ້ວງ ທວງເອົາເສລີພາບ ແລະ ປະຊາທິປະໄຕ

ປະຊາຊົນໄທ ແຫ່ຂະບວນປະທ້ວງ ທວງເອົາເສລີພາບ ແລະ ປະຊາທິປະໄຕ - ảnh 1
(ພາບປະກອບ: AFP/TTXVN)

(vovworld) – ວັນ​ທີ 01/06, ປະຊາຊົນນັບຮ້ອຍ​ຄົນ​ໄດ້​ເຕົ້າ​ໂຮມ​ຢູ່​ສູນ​ການ​ຄ້າ​ຕົ້ນ​ຕໍ່​ຢູ່​ໃຈກາງ​ນະຄອນຫຼວງ​ບາງກອກ ​ເພື່ອຄັດຄ້ານ​ການ​ກໍ່ລັດຖະປະຫານ​ເມື່​ອວັນ​ທີ 22/05 ຂອງ​ກອງທັບ​ປະ​ເທດ​ນີ້. ບັນດາ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ໄດ້​ຮ້ອງ​ໂຮ​ບັນດາ​ຄຳ​ຂວັນທ້ວງ​ເອົາເສລີພາບ ​ແລະ ປະຊາທິປະ​ໄຕ ​ໂດຍ​ບໍ່​ຫົວຊາ​ຕໍ່​ອຳນາດ​ການ​ປົກ​ຄອງ​ທະຫານ​ໄທ ຈັດ​ສົ່ງພົນທະຫານ ​ແລະ ຕຳຫຼວດ​ນັບ​ພັນ​ຄົນ​ໄປ​ເວັນ​ຍາມ​ຢູ່​ຖະ​ໜົນສາຍ​ຕ່າງໆ​ເພື່ອ​ຕ້ານ​ການ​ແຫ່​ຂະ​ບວນປະ​ທ້ວງ. ກອງ​ທັບ​ໄທ ພວມ​ກຳ​ອຳນາດ​ບໍລິຫານ​ປະ​ເທດ​ຊາດ ພາຍຫຼັງ​ການກໍ່​ລັດຖະປະຫານ ​ແລະ ​ໄດ້​ຈັດ​ສົ່ງ​ພົນທະຫານ, ຕຳຫຼວດ​​ເວັນ​ຍາມຢູ່​ບັນ​ດາ​ສະຖານ​ທີ່​ສຳຄັນ​ໃນ​ທົ່ວນະຄອນ​ຫຼວງບາງກອກ ​ເພື່ອ​ສະກັດ​ກັ້ນບັນດາ​ການ​ເດີນ​ຂະ​ບວນປະ​ທ້ວງ​ໂດຍ​ບັງ​ເອີນ​ຈາກ​ຂະ​ບວນຄົນ. ​ແຕ່​ວ່າ, ຜູ້​ແຫ່​ຂະ​ບວນປະ​ທ້ວງ​​ໄດ້​ປະກົດ​ຕົວ​ຢູ່​ບໍລິ​ເວັນບໍ່​ມີພົນທະຫານ​ຫຼາຍ​ຄົນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ອະດີດ​ນາຍົກລັດຖະມົນຕີ​ໄທ ຍິງ​ຮັກ ຊິນນະ​ວັດ ​ໄດ້ສົ່ງ​ສານ​ເຖິງ​ບັນດາ​ຜູ້​ສະໜັບ​ສະໜູນນຜ່ານ​​ແວັບ​ໄຊ​ສັງ​ຄົມ Facebook ​ເພື່​ອຂອບ​ໃຈ​ກ່ຽວກັບ​ການ​ສະໜັບສະໜູນ​ຂອງ​ເຂົາ​ເຈົ້າ. ນີ​້ແມ່ນ​ສານ​ສະບັບ​ທຳ​ອິດຂອງ​ທ່ານ​ນາງ​ ຍິງ​ຮັກ ​ສົ່ງ​ເຖິງ​ປະຊາຊົນ ນັບ​​ແຕ່​ເມື່ອ​ກອງທັບ​ປະຕິບັດ​ການ​ກໍ່ລັດຖະປະຫານ​ເມື່​ອວັນ​ທີ 22/05 .

ຂ່າວ/ບົດ​ອື່ນ