ປະ​ຊາ​ຊົນ​ໄປ​ຢ້ຽມ​ຢາມ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານ​ກິມ​ລຽນ, ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີມິນ ໃນ​ໂອ​ກາດ​ຕົ້ນ​ປີ​ໃໝ່ ປີ​ຊວດ 2020

(VOVWORLD) -  ໃນຊຸມວັນຕົ້ນປີໃໝ່ ປີຊວດ 2020, ປະຊາຊົນໃນທຸກແຖບຖິ່ນຂອງປະເທດຊາດເປັນຈຳນວນຫຼວງຫຼາຍ ໄດ້ເດີນທາງໄປຢ້ຽມຢາມເຂດປູສະນີຍະສະຖານກິມລຽນ, ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະອານ ເພື່ອທະຫວາຍທູບທຽນ, ດອກໄມ້, ເພື່ອອາໄລຫາຄຸນງາມຄວາມດີອັນໃຫ່ຍຫຼວງຂອງປະທານໂຮ່ຈີມິນ.
ປະ​ຊາ​ຊົນ​ໄປ​ຢ້ຽມ​ຢາມ​ເຂດ​ປູ​ສະ​ນີ​ຍະ​ສະ​ຖານ​ກິມ​ລຽນ, ອາ​ໄລ​ຫາ​ປະ​ທານ​ໂຮ່​ຈີມິນ ໃນ​ໂອ​ກາດ​ຕົ້ນ​ປີ​ໃໝ່ ປີ​ຊວດ 2020 - ảnh 1

(ພາບ: ໜັງສືພິມເງະອານ)

   ຢູ່ອະນຸສອນສະຖານປະທານໂຮ່ຈີມິນ, ໃນທ່ານກາງບັນຍາກາດທີ່ເຄັ່ງຂຶມ, ໃຜໆກໍ່ລ້ວນແຕ່ໃຫ້ຄຳໝັ້ນສັນຍາຕໍ່ປະທານໂຮ່ຈີມິນວ່າ ຈະພະຍາຍາມສ້າງສາບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີສວຍງາມ ຄືດັ່ງຄວາມມຸ້ງມາດປາດຖະໜາຂອງເພິ່ນ.

  ທ່ານຫງວຽນບາວຕວັນ, ຜູ້ອຳນວຍການຄະນະຄຸ້ມຄອງເຂດປູສະນີຍະສະຖານກິມລຽນ ໃຫ້ຮູ້ວ່າ: ຄະນະຄຸ້ມຄອງເຂດປູສະນີຍະສະຖານກິມລຽນ ໄດ້ຈັດສົ່ງບັນດາພະນັກງານຮັບຜິດຊອບແຕ່ລະພາກສ່ວນ, ຜູ້ນຳທ່ຽວທັງໝົດ ເພື່ອຮັບປະກັນວຽກງານຕ້ອນຮັບບັນດາຄະນະມາຢ້ຽມຢາມເຂດປູສະນີຍະສະຖານກິມລຽນ ເປັນຢ່າງດີທີ່ສຸດ.


ຕອບກັບ

ຂ່າວ/ບົດ​ອື່ນ