ປະດັບຫຼຽນກາທີ່ລະນຶກເພື່ອພາລະກິດການສຶກສາໃຫ້ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ

(VOVWORLD) -ນີ້ແມ່ນຂອງຂວັນອັນລ້ຳຄ່າທີ່ສຸດຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເພື່ອແນໃສ່ເຊີດຊູບັນດາສ່ວນບຸກຄົນ, ໝູ່ຄະນະທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດການສຶກສາ, ບຳລຸງສ້າງຖັນແຖວພະນັກງານການນຳ, ຄຸ້ມຄອງໃຫ້ແກ່ພັກ ແລະ ລັດຫວຽດນາມ.
ປະດັບຫຼຽນກາທີ່ລະນຶກເພື່ອພາລະກິດການສຶກສາໃຫ້ຜູ້ປະສານງານສະຫະປະຊາຊາດປະຈຳຫວຽດນາມ - ảnh 1ພິທີປະດັບຫຼຽນກາທີ່ລະນຶກ
(ພາບ: TTXVN)

ຕອນບ່າຍວັນທີ 23 ສິງຫາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນຊວັນທັງ, ກຳມະການກົມການເມືອງ, ຫົວໜ້າສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ໄດ້ປະດັບຫຼຽນກາທີ່ລະນຶກ “ເພື່ອພາລະກິດການສຶກສາ, ບຳລຸງສ້າງທິດສະດີການເມືອງ” ໃຫ້ແກ່ທ່ານ Kamal Malhotra ຜູ້ປະສານງານສະຫະປະຊາຊາດ ປະຈຳຫວຽດນາມ. ທີ່ພິທີ, ທ່ານ ຫງວຽນຊວັນທັງ ເນັ້ນໜັກວ່າ, ນີ້ແມ່ນຂອງຂວັນອັນລ້ຳຄ່າທີ່ສຸດຂອງສະຖາບັນການເມືອງແຫ່ງຊາດໂຮ່ຈີມິນ ເພື່ອແນໃສ່ເຊີດຊູບັນດາສ່ວນບຸກຄົນ, ໝູ່ຄະນະທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ພາລະກິດການສຶກສາ, ບຳລຸງສ້າງຖັນແຖວພະນັກງານການນຳ, ຄຸ້ມຄອງໃຫ້ແກ່ພັກ ແລະ ລັດຫວຽດນາມ.

ທ່ານ Kamal Malhotra ມີຄວາມມານະພະຍາຍາມຫຼາຍຢ່າງໃນການຊຸກຍູ້ການປະຕິບັດ “ຂໍ້ລິເລີ່ມຂອງສະຫະປະຊາຊາດ”, ປະກອບສ່ວນຍົກສູງປະສິດທິຜົນການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະປະຊາຊາດ ກໍຄືຍົກສູງທີ່ຕັ້ງ, ບົດບາດນຳໜ້າຂອງຫວຽດນາມ ໃນລະບົບອົງການຈັດຕັ້ງສະຫະປະຊາຊາດໃນທົ່ວໂລກ ແລະ ບັນດາຂໍ້ລິເລີ່ມຊຸກຍູ້ການມອບສິດໃຫ້ແກ່ແມ່ຍິງ, ຄວາມສະເໝີພາບ, ຄວາມໝັ້ນຄົງຢູ່ພາກພື້ນ ແລະ ທົ່ວໂລກ… ໃນສະພາບໂລກລະບາດໂຄວິດ-19, ທ່ານ Kamal Malhotra ກໍ່ຕັ້ງໜ້າໜູນຊ່ວຍຫວຽດນາມ ໃນການແບ່ງປັນຂໍ້ມູນ, ບົດຮຽນ ແລະ ໃຫ້ຄຳປຶກສາດ້ານນະໂຍບາຍກ່ຽວກັບໂລກລະບາດ, ຂົນຂວາຍການໜູນຊ່ວຍວັກຊິນກັນໂຄວິດ-19 ແລະ ບັນດາອຸປະກອນການແພດໃຫ້ແກ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ