ປະ​ດັ​ບຫຼຽນ​ກາ​ລະ​ນຶກ ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ລະ​ຫວ່າງ​ຊາດ ໃຫ້​ເອກ​ອັກ​ຄະ​ລັດ​ທູດ ສິ​ລັງ​ກາ​ ປະ​ຈຳ​ຫວຽດ​ນາມ

(VOVWORLD) -ພິທີປະດັບຫຼຽນກາ ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ ໃຫ້ທ່ານ Prasanna Gamage ເອກອັກຄະລັດຖະທູດ ສິລັງກາ ປະຈຳ ຫວຽດນາມ ໂດຍສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຈັດຂຶ້ນໃນວັນທີ 16 ທັນວາຢູ່ຮ່າໂນ້ຍ.

ປະ​ດັ​ບຫຼຽນ​ກາ​ລະ​ນຶກ ເພື່ອ​ສັນ​ຕິ​ພາບ, ມິດ​ຕະ​ພາບ​ລະ​ຫວ່າງ​ຊາດ ໃຫ້​ເອກ​ອັກ​ຄະ​ລັດ​ທູດ ສິ​ລັງ​ກາ​ ປະ​ຈຳ​ຫວຽດ​ນາມ - ảnh 1ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຫງວຽນເຟືອງງາ  ມອບຫຼຽນກາ ເພື່ອສັນຕິພາບ, ມິດຕະພາບລະຫວ່າງຊາດ ໃຫ້ທ່ານ Prasanna Gamage ເອກອັກຄະລັດຖະທູດ ສິລັງກາ ປະຈຳ ຫວຽດນາມ (ພາບ: baoquocte.vn)

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ຫງວຽນເຟືອງງາ ເນັ້ນໜັກວ່າ ໃນອາຍຸການປະຕິບັດງານຢູ່ ຫວຽດນາມ, ທ່ານເອກອັກຄະລັດຖະທູດ Prasanna Gamage ໄດ້ມີການເຮັດວຽກຢ່າງຕັ້ງໜ້າ, ມີປະສິດທິຜົນ ເພື່ອຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ສີລັງກາໃນຫຼາຍຂົງເຂດ.

ສ່ວນທ່ານ ເອກອັກຄະລັດຖະທູດ Prasanna Gamage ຢັ້ງຢືນວ່າ ຈະສືບຕໍ່ໂຄສະນາ, ແນະນຳພາບພົດທີ່ສວຍງາມຂອງ ຫວຽດນາມ ໄປຍັງເພື່ອນມິດສາກົນ, ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ດ້ວຍພື້ນຖານອັນດີງາມ, ການພົວພັນລະຫວ່າງ ສີລັງກາ - ຫວຽດນາມ ຈະສືບຕໍ່ພັດທະນາໃນທຸກຂົງເຂດຢ່າງແຮງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ