ປະດັບຫຼຽນໄຊຂອງປະທານປະເທດຫວຽດນາມໃຫ້ແກ່ບັນດາສ່ວນບຸກຄົນຂອງລາວ

(VOVWORLD) -ຕອນບ່າຍວັນທີ 5/7, ຢູ່ແຂວງເຊີນລາ ໄດ້ດຳເນີນພິທີປະດັບຫຼຽນໄຊຂອງປະທານປະເທດຫວຽດນາມໃຫ້ແກ່ບັນດາສ່ວນບຸກຄົນຂອງລາວ
ປະດັບຫຼຽນໄຊຂອງປະທານປະເທດຫວຽດນາມໃຫ້ແກ່ບັນດາສ່ວນບຸກຄົນຂອງລາວ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນປະດັບຫຼຽນໄຊໃຫ້ບັນດາພະະນັກງານລາວ 

ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ 40 ປີແຫ່ງວັນເຊັນສັນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ, ຕອນບ່າຍວັນທີ 5/7, ຢູ່ແຂວງເຊີນລາ ໄດ້ດຳເນີນພິທີປະດັບຫຼຽນໄຊຂອງປະທານປະເທດຫວຽດນາມໃຫ້ແກ່ບັນດາສ່ວນບຸກຄົນຂອງລາວຍ້ອນມີບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ ແລະ ເພີີ່ມທະວີສາຍພົວພັນທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືລະຫວ່າງ 2 ປະເທດຫວຽດນາມ-ລາວ. ເຂົ້າຮ່ວມພິທີປະດັບຫຼຽນໄຂ ມີທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ປະທານສະພາແຫ່ງຊາດລາວ ປານີ ຢາທໍ່ຕູ້.

     ມີ 11 ສ່ວນບຸກຄົນໄດ້ຮັບຫຼຽນໄຊເອກະລາດຊັ້ນ 2;  74 ສ່ວນບຸກຄົນໄດ້ຮັບຫຼຽນໄຊເອກະລາດຊັ້ນ 3 ; 3 ສ່ວນບຸກຄົນໄດ້ຮັບຫຼຽນໄຊແຮງງານຊັ້ນ 1 ໃນພິທີດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ