ປະດັບຫຼຽນໄຊດາວຄຳໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍ້ອນມີຜົນງານດີເລີດພິເສດ

(VOVWORLD) - ຜ່ານວິວັດການປະຕິບັດງານ, ຮັບດຳລົງຫຼາຍຕຳແໜ່ງການນຳຫຼັກແຫຼ່ງສຳຄັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລ້ວນແຕ່ມີການອຸທິດສ່ວນດີເລີດພິເສດ, ເຊິ່ງທົ່ວພັກ, ທົ່ວປວງຊົນ ແລະ ເພື່ອນມິດສາກົນຫຼາຍຄົນຮັບຮູ້, ຕີລາຄາສູງ.
ປະດັບຫຼຽນໄຊດາວຄຳໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍ້ອນມີຜົນງານດີເລີດພິເສດ - ảnh 1(ທ່ານ ຫງວຽນຈ້ອງຟູກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ)

        ຕອນບ່າຍວັນທີ 18 ກໍລະກົດ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານປະທານປະເທດ ຫວຽດນາມ ໂຕເລິມ ໄດ້ປະກາດຂໍ້ຕົກລົງ ແລະ ປະດັບຫຼຽນໄຊດາວຄຳ - ເຊິ່ງແມ່ນຫຼຽນໄຊສູງສົ່ງທີ່ສຸດຂອງປະເທດ ສສ. ຫວຽດນາມ ທີ່ປະດັບໃຫ້ແກ່ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ. ຕາມບັນດານັກຄົ້ນຄວ້າ, ປັນຍາຊົນແລ້ວ, ການປະດັບຫຼຽນໄຊແມ່ນເໝາະສົມທີ່ສຸດທີ່ສະຫງວນໃຫ້ແກ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຍ້ອນທ່ານມີບັນດາຜົນງານດີເລີດພິເສດໃນຫຼາຍຖານະຕຳແໜ່ງວຽກງານ, ກໍຄືການປະກອບສ່ວນຂອງທ່ານເລຂາທິການໃຫຍ່ເຂົ້າໃນພາລະກິດປະຕິວັດຂອງປະເທດຊາດ.

        ທ່ານ ຫງວຽນຈ້ອງຟູກ, ອະດີດຫົວໜ້າສະຖາບັນປະຫວັດສາດພັກ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ເນັ້ນໜັກວ່າ, ຜ່ານວິວັດການປະຕິບັດງານ, ຮັບດຳລົງຫຼາຍຕຳແໜ່ງການນຳຫຼັກແຫຼ່ງສຳຄັນ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ລ້ວນແຕ່ມີການອຸທິດສ່ວນດີເລີດພິເສດ, ເຊິ່ງທົ່ວພັກ, ທົ່ວປວງຊົນ ແລະ ເພື່ອນມິດສາກົນຫຼາຍຄົນຮັບຮູ້, ຕີລາຄາສູງ. ສະນັ້ນ, ການປະດັບຫຼຽນໄຊດາວຄຳ ແມ່ນການຮັບຮູ້ທີ່ເໝາະສົມກັບທ່ານເລຂາທິການໃຫຍ່.

        “ນີ້ແມ່ນຫຼຽນໄຊທີ່ມີມາແຕ່ສະໄໝປະເທດສາທາລະນະລັດປະຊາທິປະໄຕ ຫວຽດນາມ. ຫຼຽນໄຊດາວຄຳ ເພື່ອມອບໃຫ້ບັນດາສ່ວນບຸກຄົນມີຜົນງານດີເລີດພິເສດທີ່ມີຕໍ່ພາລະກິດປະຕິວັດຂອງ ພັກ, ລັດ, ຂອງປະເທດຊາດ. ຫຼຽນໄຊດາວຄຳ ຮັບຮູ້ບັນດາຜົນງານ, ການປະກອບສ່ວນຢ່າງໃຫຍ່ຫຼວງຂອງທ່ານເລຂາທິການໃຫຍ່ທີ່ມີຕໍ່ພາລະກິດຂອງປະເທດຊາດ”.

        ເຫັນດີເປັນຢ່າງສູງຕໍ່ຄວາມຮັບຮູ້ຂອງລັດທີ່ມີຕໍ່ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານອະດີດຮອງຫົວໜ້າຄະນະໂຄສະນາສຶກສາສູນກາງພັກ ດ່າວຢຸຍກວາດ ຢືນຢັນວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ມີບັນດາການອຸທິດສ່ວນຢ່າງໃຫຍ່ຫຼວງ, ນັບທັງພຶດຕິກຳຕົວຈິງ ແລະ ທິດສະດີ, ຕໍ່ພາລະກິດພັດທະນາປະເທດຊາດ, ພິເສດແມ່ນໃນໄລຍະຍູ້ແຮງປະເທດຊາດເປັນອຸດສາຫະກຳ ແລະ ທັນສະໄໝ, ການເຊື່ອມໂຍງເຂົ້າກັບສາກົນ, ປະຕິບັດຍຸດທະສາດປົກປັກຮັກສາປະເທດຊາດໃນສະພາບການໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ