ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເລຂາທິການໃຫຍ່ IPU

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີ໋ນ ໄດ້ຕີລາຄາສູງ ນ້ຳໃຈ, ການສະໜັບສະໜູນ ແລະ ການຮ່ວມມືຕັ້ງໜ້າ ທີ່ທ່ານ Anders Johnsson ໄດ້ສະຫງວນໃຫ້ແກ່ ຫວຽດນາມ
ປະດັບຫຼຽນໄຊມິດຕະພາບໃຫ້ແກ່ອະດີດເລຂາທິການໃຫຍ່ IPU - ảnh 1ທ່ານ ເຈິ່ນແທັງເໝີ໋ນ ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Anders Johnsson
(ພາບ: Phạm Kiên/TTXVN)

ຕອນບ່າຍວັນທີ 24 ກໍລະກົດ, ທີ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທັງເໝີ໋ນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ໄດ້ປະດັບຫຼຽນໄຊມິດຕະພາບໃຫ້ແກ່ທ່ານ Anders Johnsson, ອະດີດເລຂາທິການໃຫຍ່ສະຫະພັນລັດຖະສະພາສາກົນ (IPU). ຫຼຽນໄຊມິດຕະພາບແມ່ນລາງວັນທີ່ສູງສົ່ງ, ເຊິ່ງເປັນການຮັບຮູ້ຂອງລັດ ແລະ ປະຊາຊົນ ຫວຽດນາມ ທີ່ມີຕໍ່ບັນດາການປະກອບສ່ວນທີ່ແທດຈິງ ແລະ ມີປະສິດທິຜົນຂອງທ່ານ Anders Johnsson ໃນການເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ສະຫະພັນລັດຖະສະພາສາກົນ.

        ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເໝີ໋ນ ໄດ້ຕີລາຄາສູງ ນ້ຳໃຈ, ການສະໜັບສະໜູນ ແລະ ການຮ່ວມມືຕັ້ງໜ້າ ທີ່ທ່ານ Anders Johnsson ໄດ້ສະຫງວນໃຫ້ແກ່ ຫວຽດນາມ ນັບແຕ່ຊຸມວັນຫາກໍ່ມາດຳລົງຕຳແໜ່ງຢູ່ ຫວຽດນາມ ເມື່ອຊຸມປີ 1980 ມາຮອດປະຈຸບັນ. ການເຂົ້າຮ່ວມ ແລະ ນຳພາຂອງທ່ານ Anders Johnsson ໄດ້ປະກອບສ່ວນເຊື່ອມຕໍ່ບັນດາການເຄື່ອນໄຫວຂອງ ສະຫະພັນລັດຖະສະພາສາກົນ ກັບການເຄື່ອນໄຫວຂອງ ສະພາແຫ່ງຊາດ ຫວຽດນາມ, ກໍ່ຄືປະກອບສ່ວນນຳມາເຊິ່ງຜົນສຳເລັດຂອງບັນດາເຫດການໃຫຍ່ຂອງສະຫະພັນລັດຖະສະພາໂລກ ທີ່ສະພາແຫ່ງຊາດ ຫວຽດນາມ ເປັນເຈົ້າພາບຈັດຕັ້ງຄື ກອງປະຊຸມສະມັດຊາໃຫຍ່ລັດຖະສະພາສາກົນ 132. ທ່ານ ເຈິ່ນແທັງເໝີ໋ນ ຫວັງວ່າ ທ່ານ Anders Johnsson ຈະສືບຕໍ່ແບ່ງປັນບັນດາຂໍ້ມູນຂ່າວສານ ແລະ ບົດຮຽນອັນລ້ຳຄ່າເພື່ອໃຫ້ ຫວຽດນາມ ເສີມຂະຫຍາຍບົດບາດຂອງຕົນທີ່ເວທີປາໄສສະຫະພັນລັັດຖະສະພາໃຫຍ່ທີ່ສຸດໃນໂລກນີ້ກ່ວາອີກ.       

ຕອບກັບ

ຂ່າວ/ບົດ​ອື່ນ