ປະດັບໄຊມິດຕະພາບໃຫ້ປະທານຫ້ອງການການຄ້າອາເມລິກາປະຈຳຮ່າໂນ້ຍ

ປະດັບໄຊມິດຕະພາບໃຫ້ປະທານຫ້ອງການການຄ້າອາເມລິກາປະຈຳຮ່າໂນ້ຍ - ảnh 1
(ປະດັບໄຊມິດຕະພາບໃຫ້ປະທານ
ຫ້ອງການການຄ້າອາເມລິກາປະຈຳຮ່າໂນ້ຍ)

(vovworld) - ​ວັນ​ທີ 22/06, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຟ້າມກວາງວິງ ໄດ້​ຕາງ​ໜ້າ​ປະ​ທານ​ປະ​ເທດ​ສ​ສ.ຫວຽດ​ນາມ ປະ​ດັບ​ຫຼຽນ​ໄຊ​ມິດ​ຕະ​ພາບ​ໃຫ້​ທ່ານ​ນາງ Virginia Foote, ​ປະ​ທານ​ຫ້ອງ​ການ​ການ​ຄ້າ​ອາ​ເມ​ລິ​ກາ​ ປະ​ຈຳ​ຮ່າ​ໂນ້ຍ, ຍ້ອນ​ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກຍ​ູ້​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ. ​ໂດຍແມ່ນ​ຜູ້​ໄ​ດ້​ຮ່ວມ​ເດີນ​ທາງ​ໃນ​ຕະ​ຫຼອດ​ວິ​ວັດ​ການ ​ສ້າງ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ ເປັກ​​ປົກ​ກະ​ຕິ, ທ່ານ​ນາງ Virginia Foote ໄດ້​ຮັບ​ຖື​ວ່າ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ແບບ​ຢ່າງ​​ທີ່​ດີ​ເດັ່ນ, ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ຫຼາຍ​ຢ່າງ​ໃນ​ວິ​ວັດ​ການນີ້. ປະ​ຈຸ​ບັນ, ໃນ​ຖາ​ນະ​ເປັນ​ປະ​ທານຫ້ອງ​ການ​ການ​ຄ້າ​ອາ​ເມ​ລິ​ກາ, ທ່ານ​ນາງ Virginia Foote ພວມ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ກັບ​ສະ​ພາບ​ແວດ​ລ້ອມ​​ແຫ່ງດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ອາ​ເມ​ລິ​ກາ, ກໍ​ຄື​ແບ່ງ​ປັນ​ບົດ​ຮຽນ​ເພື່ອ​ໜູ​ນ​ຊ່ວຍ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ແລະ ຫວ່າງ​ແລ້ວນີ້ແມ່ນ​ການ​ທາບ​ທາມ​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສັນ​ຍາ​ຄູ່​ຮ່ວ​ມ​ມື​ຂ້າມ​ປ​າ​ຊີ​ຟິກ (TPP).

        ທີ່​ພິ​ທີ​ປະ​ດັບ​ຫຼຽນ​ໄຊມິດ​ຕະ​ພາບ, ທ່ານ​ນາງ Virginia Foote ໄດ​້​ຖື​ວ່າ, ການ​ພົວ​ພັນ​ລະ​ຫວ່າງ​ອາ​ເມ​ລິ​ກາ - ຫວຽດ​ນາມ ພວມ​​ເຕີບ​ໂຕ​ຢ່າງບໍ່​ຢຸດ​ຢັ້ງ. ​ໂ​ດຍ​ມີ​ຄ​ວາມ​ປະ​ເອີບ​ໃຈ​ຕໍ່​ແງ່​ຫວັງ​ຂອງການ​ພົວ​ພັນ 2 ຝ່າຍ, ທ່​ານ​ນາງ Virginia Foote ເນັ້ນ​ໜັກ​ວ່າ, ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ຕ້ອງ​ແກ້​ໄຂ​ບັນ​ດາ​ບັນ​ຫາຮ່ອງ​ຮອຍ​ສົງ​ຄາມ ໄປ​ພ້ອມ​ກັບ​ການ​ສ້າງ​ການ​ພົວ​ພັນ​ໃໝ່​ໃນ​ອະ​ນາ​ຄົດ.

ຂ່າວ/ບົດ​ອື່ນ