ປະຕິກິລິຍາກົງກັນຂ້າມກ່ຽວກັບສານສະຫະລັດຂອງທ່ານປະທານາທິບໍດີ Donald Trump

(VOVWORLD) -ສານສະຫະລັດປີ 2019 ຂອງທ່ານປະທານາທິບໍດີອາເມລິກາ Donald Trump ໃນວັນທີ 05 ກຸມພາ, ໄດ້ຮັບປະຕິກິລິຍາຕັ້ງໜ້າຂອງສະມາຊິກລັດຖະບານຫຼາຍທ່ານ.

ປະຕິກິລິຍາກົງກັນຂ້າມກ່ຽວກັບສານສະຫະລັດຂອງທ່ານປະທານາທິບໍດີ Donald Trump - ảnh 1ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: ABC News)

ທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຖືວ່າ, ໃນເວລາ 2 ປີທຳອິດແຫ່ງການຂຶ້ນກຳອຳນາດ, ທ່ານປະທານາທິບໍດີ Trump ໄດ້ປັບປຸງທັງວຽກງານ ພາຍໃນ ແລະ ຕ່າງປະເທດຂອງອາເມລິກາ, ຕາມນັ້ນແລ້ວ ແມ່ນໄດ້ວາງຜົນປະໂຫຍດຂອງປະຊາຊົນອາເມລິກາ ຂຶ້ນຢູ່ແຖວໜ້າ ແລະ ຢືນຢັນບົດບາດນຳພາຂອງອາເມລິກາ ໃນທົ່ວໂລກຄືນໃໝ່. ທ່ານລັດຖະມົນຕີກະຊວງການເງິນອາເມລິກາ Sterven Mnuchin ໃຫ້ຂໍ້ສັງເກດວ່າ, ບັນດານະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຊຸກຍູ້ການເຕີບໂຕເສດຖະກິດຂອງທ່ານປະທານາທິບໍດີ Donald Trump ໄດ້ຊ່ວຍໃຫ້ຜູ້ອອກແຮງງານມີເງິນເດືອນສູງກວ່າ ແລະ ຊ່ວຍຫຼຸດຜ່ອນອັດຕາຜູ້ຫວ່າງງານລົງຢູ່ໃນລະດັບຕ່ຳສຸດໃນປະຫວັດສາດ.

        ເຖິງຢ່າງໃດກໍ່ຕາມ, ສານສະຫະລັດປີ 2019 ຂອງທ່ານປະທານາທິບໍດີ D.Trump ກໍ່ຖືກຄັດຄ້ານຈາກບັນດາສະມາຊິກພັກປະຊາທິປະໄຕ. ທ່ານນາງ Stacey Abrams, ນັກການເມືອງທີ່ພວມພົ້ນເດັ່ນຂຶ້ນຂອງພັກປະຊາທິປະໄຕ, ເຊິ່ງພັກນີ້ຄັດເລືອກຂຶ້ນກ່າວປາໄສປະຕິກິລິຍາກ່ຽວກັບສານສະຫະລັດ 2019. ທ່ານນາງ Abrams ໄດ້ຕຳນິຕິຕຽນນະໂຍບາຍພາສີທີ່ໄດ້ນຳໃຊ້ໃນປີ 2017 ກໍ່ຄືນະໂຍບາຍຄົນເຂົ້າເມືອງທີ່ແຂງກະດ້າງ ກໍ່ໃຫ້ເກີດຄວາມໂຕ້ຖຽງກັນຂອງອຳນາດການປົກຄອງປະທານາທິບໍດີ D.Trump…

ຕອບກັບ

ຂ່າວ/ບົດ​ອື່ນ