ປະຕິກິລິຍາຂອງ ລັດເຊຍ ກ່ຽວກັບເລື່ອງ ອາເມລິກາ ດັດປັບຄຳສັ່ງລົງໂທດ

ປະຕິກິລິຍາຂອງ ລັດເຊຍ ກ່ຽວກັບເລື່ອງ ອາເມລິກາ ດັດປັບຄຳສັ່ງລົງໂທດ - ảnh 1
ທ່ານ Dmitry Peskov ​ໂຄສົກ​ຂອງປະທານາທິບໍດີ ລັດ​ເຊຍ
(ພາບ: AFP/TTXVN)

(vovworld) - ​ ວັນ​ທີ 03/02 ທ່ານ Dmitry Peskov ​ໂຄສົກ​ຂອງປະທານາທິບໍດີ ລັດ​ເຊຍ ຖະ​ແຫຼງວ່າ ​ເລື່ອງ ອາ​ເມ​ລິ​ກາ ດັດປັບ​​ບັນດາ​ມາດ​ຕະການ​ລົງ​ໂທດ​ສຳລັບ​ສະຫະພັນ ລັດ​ເຊຍ ບໍ່​ແມ່ນ​ວ່າຜ່ອນ​ຄາຍຄຳ​ສັ່ງ​ລົງ​ໂທດ​ ຫາກ​ແມ່ນປະກົດ​ການລັດທິສວຍ​​ໂອກາດ​ຂອງ ອາ​ເມ​ລິ​ກາ. ທ່ານ Dmitry Peskov ​ເນັ້ນ​ໜັກ​ວ່າ: ອາ​ເມ​ລິ​ກາ ດັດປັບ​ບັນດາ​ມາດ​ຕະການ​ລົງ​ໂທດ ​ເພາະວ່າ​ສິ່ງ​ດັ່ງກ່າວ​ມີ​ຜົນ​ປະ​ໂຫຍ​ດ​​ໃຫ້​ແກ່ ວໍ​ຊິງ​ຕັນ ຫາກບໍ່​ແມ່ນ​ຜ່ອນ​ຄາຍຄຳ​ສັ່ງ​ລົງ​ໂທ​ດ.

        ກ່ອນ​ໜ້າ​ນັ້ນ ວັນ​ທີ 02/02, ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ​ໄດ້​ດັດປັບ​ບາງ​ຄຳ​ສັ່ງ​ລົງ​ໂທດ​ທີ່​ເລັ່ງ​ໃສ່​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​​ສະຫະພັນ ລັດ​ເຊຍ (FSB) ​ເພື່ອ​ແນ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ອາ​ເມ​ລິ​ກາ ຢູ່ ລັດ​ເຊຍ ນຳ​ເຂົ້າ​ບາງ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຢີທີ່ຈຳ​ເປັນ. ວົງການ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ກະຊວງ​ການ​ເງິນ ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ: ນີ້​ແມ່ນ “ການດັດ​ປັບທີ່​ມີ​ລັກສະນະ​ເຕັກນິກ”. ​ໃນ​ຂະນະ​ນັ້ນ ທຳນຽບຂາວ ປະຕິ​ເສດ​ຂ່າວ​ທີ່​ຖື​ວ່າ: ນີ້​ແມ່ນ​ການ​ກະທຳ “ຜ່ອນຄາຍ” ບັນດາ​ຄຳ​ສັ່ງ​ລົງ​ໂທດທີ່​ເລັ່ງ​ໃສ່ ລັດ​ເຊຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ