ປະຕິກິລິຍາຂອງ ສປປ ເກົາຫຼີ ແລະ ສ ເກົາຫຼີ ກ່ຽວກັບການລົບລ້າງການເຈລະຈາ

ປະຕິກິລິຍາຂອງ ສປປ ເກົາຫຼີ ແລະ ສ ເກົາຫຼີ ກ່ຽວກັບການລົບລ້າງການເຈລະຈາ - ảnh 1
ຮອງລັດຖະມົນຕີ ສ ເກົາຫຼີ Kim Nam-sik (ຊ້າຍ) ແລະ ຫົວໜ້າຄະນະເລຂາຄະນະກຳມະການ ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ແຫ່ງ ສປປ ເກົາຫຼີ Kang Ji-young
(ພາບ: Yonhap)
 

(vovworld) – ວັນ​ທີ 13/6, ສປປ ​ເກົາຫຼີ ​ໄດ້​ອອກ​ຖະ​ແຫຼ​ງການ​ຢັ້ງຢືນ ສ ​ເກົາຫຼີ ຕ້ອງ​ຮັບ​ຜິ​​ດຊອບ​ກ່ຽວ​ກັບ​ການ​ລົ້ມ​ລະລາຍ​ແຜນການ​ຈັ​ດຕັ້ງ​ການ​ເຈລະຈາ​ຂັ້ນ​ສູງລະຫວ່າງ 2 ພາກເກົາຫຼີ, ພ້ອມ​ທັງ​ໃຫ້​ຮູ້​ວ່າ ພຽງ​ຢາງ ຈະ​ບໍ່​ຊອກ​ຫາ​ການ​​​ສົນທະນາ​ໃນ​ຈຸດ​ເວລາ​ນີ້. ສຳນັກ​ຂ່າວສານ​ສູນ​ກາງ ສປປ ​ເກົາຫຼີ (KCNA) ຄັດ​ສະ​ເໜີ​ຄຳ​ຖະ​ແຫຼ​ງການຂອງ​ຄະນະ​ກຳມະການ​ສ້າງສັນ​ຕິ​ພາບ​ຄືນ​ໃໝ່​ແຫ່ງ ສປປ ເກົາຫຼີ (CPRK) ຊີ້​ແຈ້ງວ່າ: ສ ​ເກົາຫຼີ ​ໄດ້ສະ​ເໜີ​ດຳ​ເນີນ​ການ​ເຈລະຈາ​ຂັ້ນ​ລັດຖະມົນຕີ, ​ແຕ່​ກ່ອນ​ທີ່​ດຳ​ເນີນ​ການ​ເຈລະຈາ ​ເຊີ​ອູ​ນ ​ໄດ້​ຫລຸດ​ຕຳ​ແໜ່​ງຂອງ​ຫົວໜ້າ​ຄະນະ​ເຈລະຈາ ສ ​ເກົາຫຼີ. ການ​ກະທຳ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ວ່ານັບ​ແຕ່​ຫົວທີ ​ເຊີ​ອູ​ນ ບໍ່​ມີ​ເຈດ​ຈຳນົງ​ສົນທະນາ ຫາກ​ພຽງ​ແຕ່​ຊອກ​ຫາ​ວິທີ​ຂັດ​ຂວາງ. ນີ້​ແມ່ນ​ປະຕິກິລິຍາ​ທຳ​ອິດ​ຂອງ ພຽງ​ຢາງ​ ນັບ​ແຕ່​ເວລາ​ການ​ເຈ​ລະ​ຈາ ລະ​ຫວ່າງ 2 ພາກ​ເກົາຫຼີ ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​​ໃນ​ວັນ​ທີ 12 – 13/6 ຖື​ກລົບ​ລ້າງ ຍ້ອນ 2 ຝ່າຍ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ພາກສ່ວນ​ເຂົ້າ​ຮ່ວມ, ພິ​ເສດ​ແມ່ນ​ຂັ້ນ​ຫົວໜ້າ​ຄະນະ​ຜູ້​ແທນ.

ຂ່າວ/ບົດ​ອື່ນ