ປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ ອາເມລິກາ ຮັບຮອງ Jerusalem ແມ່ນນະຄອນຫຼວງຂອງ ອິດສະຣາແອນ

(VOVWORLD) - ຫວຽດນາມ ມີການພົວພັນຮ່ວມມືມິດຕະພາບອັນດີງາມກັບທຸກໆປະເທດໃນພາກພື້ນ ຕາເວັນອອກກາງ, ໃນນັ້ນ ມີ ປາແລດສະຕິນ ແລະ ອິດສະຣາແອນ. ຫວຽດນາມ ຊົມເຊີຍທຸກໆຄວາມມານະພະຍາຍາມຂອງພາກພື້ນ, ສາກົນ

ກ່ຽວກັບຫຼັກໝັ້ນໃໝ່ຂອງ ອາເມລິກາ ສຳລັບ ບັນຫາ Jerusalem, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ສະແດງຄວາມວິຕົກວັງວົນວ່າຄຳຕັດສິນນີ້ອາດຈະສົ່ງຜົນສະທ້ອນຫຍໍ້ທໍ້ເຖິງສັນຕິພາບ, ສະຖຽນລະພາບ ຢູ່ພາກພື້ນ ຕາເວັນອອກກາງ.

        ຫວຽດນາມ ມີການພົວພັນຮ່ວມມືມິດຕະພາບອັນດີງາມກັບທຸກໆປະເທດໃນພາກພື້ນ ຕາເວັນອອກກາງ, ໃນນັ້ນ ມີ ປາແລດສະຕິນ ແລະ ອິດສະຣາແອນ. ຫວຽດນາມ ຊົມເຊີຍທຸກໆຄວາມມານະພະຍາຍາມຂອງພາກພື້ນ, ສາກົນ ແລະ ບັນດາຝ່າຍກ່ຽວຂ້ອງເພື່ອແນໃສ່ແກ້ໄຂບັນດາການປະທະກັນໂດຍສັນຕິວິທີ, ນຳມາເຊິ່ງສັນຕິພາບໝັ້ນຄົງ ແລະ ຍາວນານ ໃຫ້ແກ່ຕາເວັນອອກກາງ, ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງທຸກໆປະເທດໃນພາກພື້ນ, ປະກອບສ່ວນເຂົ້າໃນສັນຕິພາບ ພາກພື້ນ ແລະ ໂລກ.

        ຫວຽດນາມ ຢັ້ງຢືນຄືນໃໝ່ຫຼັກໝັ້ນຢ່າງສະເໝີຕົ້ນສະເໝີປາຍກ່ຽວກັບການສະໜັບສະໜູນມາດຕະການຄົງຕົວໂດຍ 2 ລັດ, ໃນນັ້ນ ມີເລື່ອງສ້າງຕັ້ງລັດ ປາແລດສະຕິນ ພ້ອມກັບຄວາມຄົງຕົວຂອງສັນຕິພາບ ໄປຄຽງຄູ່ກັບລັດ ອິດສະຣາແອນ ກັບເສັ້ນຊາຍແດນກ່ອນປີ 1967.

ຕອບກັບ

ຂ່າວ/ບົດ​ອື່ນ