ປະຕິກິລີຍາຂອງ ຫວຽດນາມຕໍ່ ການກະທຳຂອງຈີນ ຢູ່ທະເລຕາເວັນອອກ

ປະຕິກິລີຍາຂອງ ຫວຽດນາມຕໍ່ ການກະທຳຂອງຈີນ ຢູ່ທະເລຕາເວັນອອກ - ảnh 1
ທ່ານ ​ເລື່ອງ​ແທງ​ງິ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​


Vovworld- ວັນ​ທີ 27/11/2012, ​ແຂວງ​ໄຮ​ໜານຂອງ​ຈີນ​ໄດ້​ຮັບຮອງ​ເອົາ​ເອກະສານ​ສະບັບ​ປັບປຸງ “ກົດ​ລະບຽບ​ຄຸ້ມ​ຄອງ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຢູ່​ເຂດ​ແຄມ​ທະ​ເລ​ແຂວງໄຮ​ໜານ ” ​ໃນ​ນັ້ນ​ໄດ້​ນຳ​ເອົາ 2 ໝູ່​ເກາະ ຮ່ວາ​ງຊາ ​ແລະ ​ເຈືອງ​ຊາ​ຂອງ​ຫວຽດນາມ​ເຂົ້າ​ໃນ​ຂອບ​ເຂດ​ປະຕິບັດ​ການ. ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ທີ 23/11/2012, ຈີນ​ໄດ້​ໃຫ້ພິມ​ຈຳໜ່າຍ​ແຜນ​ທີ່ “ ຊານ​ຊາ” ຊຶ່ງ​ລວມມີ 2 ໝູ່​ເກາະ ຮ່ວາ​ງຊາ,ເຈືອງ​ຊາ ​ແລະ ​ເຂດ​ເສດຖະກິດ​ພິ​ເສດ, ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ

     ​ແລະ ​ໃນ​ມໍ່​ມາ​ນີ້, ໃນ​ເວລາ 4​ ໂມງ 5 ນາ​ທີ​ຂອງ​ວັນ​ທີ 30/11/2012, ​ເມື່ອກຳ​ປັ່ນ​ບິງ​ມິ​ງ 02 ​​ພວມເຄື່ອນ​ໄຫວ​ສຳ​ຫຼວດຢູ່ບໍລິ​ເວັນ ເຂດ​ເສດຖະກິດ​ພິ​ເສດ, ​ເຂດ​ໄຫຼ່​ທະວີບ​ຂອງ​ຫວຽດນາມ, ​ຫ່າງ​ຈາກ​ເກາະ​ ກົນ​ກໍຂອງ​ຫວຽດນາມ​ພຽ​ງປະມານ 43 ​ໄມ​ທະ​ເລ​​ເທົ່າ​ນັ້ນ, ​ໄດ້​ຖືກກຳ​ປັ່ນ 2 ລຳ​ຂອງ​ຈີນ ເລກໝາຍ​ 16025 ​ແລະ 16028 ​ໄດ້​ແລ່ນ​ມາ​ຕັດ​ສາຍ​ເຄ​ເບີ​ນຂອງກຳ​ປັ່ນ​ບິງ​ມິ​ງ 02.

      ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ປະຕິກິ​ລີ​ຍາ​ຂອງ​ຫວຽດນາມ​ຕໍ່ໜ້າ​ເຫດການ​ດັ່ງກ່າວ , ທ່ານ ​ເລື່ອງ​ແທງ​ງິ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ຊີ້​ແຈ້ງວ່າ :  

   “ ບັນດາ​ການ​ກະທຳ​ຂອງ​ຈີນ​ໄດ້​ລ່ວງ​ລ້ຳອະທິປະ​ໄຕ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ 2 ໝູ່​ເກາະ ຮ່ວາ​ງຊາ ​ແລະ ​ເຈືອງ​ຊາ​; ລະ​ເມີດ​ສິດ​ອະທິປະ​ໄຕ, ສິດ​ນຳສະ​ເໜີຕັດສິນ ຄວາມ​ຖືກຕ້ອງ​ຂອງ​ຫວຽດນາມ​ທີ່​ມີ​ຕໍ່ບັນດາ​ເຂດ​ນ່ານທະ​ເລ​ຂອງ

ຫວຽດນາມ, ລະ​ເມີດ​ຂໍ້​ຕົກ​ລັງ​ກັນ​ກ່ຽວ​ກັບບັນດາ​ຫຼັກການພື້ນຖານ​ເພື່ອ​ຊີ້​ນຳ​ແກ້​ໄຂ​ບັນຫາ​ຢູ່​ທະ​ເລ​ລະຫວ່າງ​ຫວຽດນາມ-ຈີນ​ຊຶ່ງ​ໄດ້​ລົງ​ນາມ​ເມື່ອ​ເດືອນ 10/2011; ​ໄປ​ຝືນ​ກັບ​ຈິດ​ໃຈ​ຖະ​ແຫຼ​ງການ​ DOC , ​ເຮັດ​ໃຫ້​ສະພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ສັບສົນ​ຂຶ້ນ​ຕ່ືມ ”

     ວັນ​ທີ 3/12/2012, ຜູ້ຕາງໜ້າ​ກະຊວງ​ການ​ຕ່າງ​ປະ​ເທດ​ຫວຽດນາມ​ໄດ້​ພົບ​ປະ​ກັບ ຜູ້ຕາງໜ້າສະຖານທູດ​ຈີນຢູ່​ຮ່າ​ໂນ້ຍ ​ເພື່ອ​ສົ່ງ​ສານ​ເດັດ​ດຽວ​ຄັດຄ້ານ​ບັນດາ​ການ​ກະທຳ​ດັ່ງກ່າວ​ຂອງ​ຈີນ ​ແລະ ຮຽກຮ້ອງ​ຈີນ​ຈົ່ງ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ ​ແລະ ຢຸດຕິ​ການ​ກະທຳ​ທີ່​ຜິດພາດ​ໃນ​ທັນທີ

 

 

 

 

ຂ່າວ/ບົດ​ອື່ນ