ປະຕິກິລິຍາຂອງກະຊວງການຕ່າງປະເທດຫວຽດນາມຕໍ່ຄຳກ່າວປາໄສຂອງທ່ານ Var Kim Hong

ປະຕິກິລິຍາຂອງກະຊວງການຕ່າງປະເທດຫວຽດນາມຕໍ່ຄຳກ່າວປາໄສຂອງທ່ານ Var Kim Hong - ảnh 1ປະຕິກິລິຍາຂອງກະຊວງການຕ່າງປະເທດຫວຽດນາມຕໍ່ຄຳກ່າວປາໄສຂອງທ່ານ Var Kim Hong - ảnh 2
(ພາບ​ປະ​ກອບ)

(vovworld) - ໃນ​ໄລ​ຍະ​ຜ່ານ​ມາ, ​ຄືແຕ່​ວັນ​ທີ 03 – 04/11/2015, ທ່ານ​ລັດ​ຖະ​ມົນ​ຕີ​ຂັ້ນ​ສູງ​ຮັບ​ຜິດ​ຊອບ​ວຽ​ກ​ງານ​ຊາຍ​ແດນກ​ຳ​ປູ​ເຈຍ Var Kim Hong ໄດ້​ມີ​ບັນ​ດາ​​ບົດ​ກ່າວ​ປາ​ໄສ​ຍົກ​ອອກ​ທັດ​ສະ​ນະ​ກ່ຽວ​ກັບ​ເຂດ​ດິນ​ລະ​ຫວ່າງ ດັກ​ດັມ ແລະ ດັກ​ຮີດ, ​ໂດຍຖືວ່ານີ້​ແມ່ນ​​ບໍ​ລິ​ເວນ​ທີ່ກ​ຳ​ປູ​ເຈຍ ມີ​ສິດ​ຮຽກ​ຮ້ອງ​ຕາມ​ມະ​ຕິ 1914 ຂອງ​ຜູ້​ມີ​ສິດ​ອຳ​ນາດ​ເຕັມ​ແຫ່ງອິນ​ດູ​ຈີນ. ວັນ​ທີ 29/11/2015, ເມື່ອ​ຕອບ​ສຳ​ພາດ​​ຕໍ່ນັກ​ຂ່າວ​ສຳ​ນັກ​ຂ່າວ​ສານ​ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫານີ້, ທ່ານ ຈິ້ງ​ດຶ​ກ​ຫາຍ, ຮອງ​ປະ​ທ​ານ​ຄະ​ນະ​ກຳ​ມະ​ການ​​ຊາຍ​ແດນ​ແຫ່​ງ​ຊາດ ຢືນ​ຢັນ​ວ່າ: ຫຼັກ​ໝັ້ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ ແລະ ​ໜັ​ກ​ແໜ້ນຂອງ​ຫວຽດ​ນາມ ຄື​ໄດ້​ຊີ້​ແຈ້ງ​ໃນ​ບົດ​ກ່າວ​ປາ​ໄສ​ຂອງ​ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເລ​ຫາຍ​ບິ່ງ ເມື່ອ​ວັນ​ທີ 02/11/2015. ຕ​າມນັ້ນ​ແລ້ວ, ​ບໍ​ລິ​ເວນ​ເຊິ່ງ​ທ່ານ Var Kim Hong ເຕື້ອງ​ເຖິງ​ຍາ​ມ​ໃດ​ກໍ​ຂຶ້ນ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ ແລະ ໄດ້​​ຖືກ​ກຳ​ນົດ​ໃນແຜນ​ຜັງ​ຢ່າງ​ຈະ​ແຈ້ງ​ໃນ​ມ​າດ​ຕາ​ທີ 1, ສົນ​ທິສັນ​ຍາ​​ກຳ​ນົດເຂດ​ຊາຍ​ແດນ​ແຫ່ງ​ຊາດ ລະ​ຫວ່າງ​ຫວຽດ​ນາມ ແລະ ກ​ຳ​ປູ​ເຈຍ ທີ່​ໄດ​້​ລົງ​ນາມ​ເມື່ອ​ວັນ​ທີ 27/12/1985 (ສັນ​ຍາ 1985). ທ່ານ ຈິ້ງ​ດຶກ​ຫາຍ ເນັ້ນ​ໜັກ​ວ່າ, ຕາມ​​ສົນ​ທິສັນ​ຍາ 2005 ສະ​ບັບ​ເພີ່ມ​ເຕີມ​​ສົນ​ທິສັນ​ຍາ 1985 ແລ້ວ, 2 ຝ່າຍ​ພຽງ​ຕົກ​ລົງ​ດັດ​ປັບ​ທິດ​ເດີນ​ຂອງ​ເສັ້ນ​ຊາຍ​ແດນ​ສຳ​ລັບ 6 ເຂດ, ໃນ​ນັ້ນ​ບໍ່​ມີ​ເຂດ​​ໂດຍ​ທ່ານ Var Kim Hong ໄດ້​ເຕື້ອງ​ເຖິງ.

ຂ່າວ/ບົດ​ອື່ນ