ປະຕິກິລິຍາຂອງຈີນຕໍ່ແຜນການ ຍິງດາວທຽມຂອງສປປ ເກົາຫຼີ

ປະຕິກິລິຍາຂອງຈີນຕໍ່ແຜນການ ຍິງດາວທຽມຂອງສປປ ເກົາຫຼີ - ảnh 1

ສປປ ​ເກົາຫຼີ ມີ​ແຜນການ​ຍິງ​ດາວ​ທຽມ

(ພາບ:news.xalo.vn)

(VOV)-  ​ຈີນ​ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິຕົກ​ກັງວົນກ່ຽວ​ກັບແຜນການ​ຍິງ​ດາວ​ທຽມ​ຂອງ ສປປ ​ເກົາຫຼີ ​ແລະ ຫວັງ​ວ່າ​ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ອາດ​ຈະ​ມີ​ການ​ກະທຳ​ຢ່າງ​ຕັ້ງໜ້າ​ກ່ວາ​ອີກ​ເພື່ອ​ສະຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ. ວັນ​ທີ 2/12, ທ່ານ​​ເຈີ​ນຊຽງໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ ​ໄດ້​ເວົ້າວ່າ: ພຽງ​ຢາງ ມີ​ສິດ​ນຳ​ໃຊ້​ຍານ​ອາ​ວະ​ກາດ​ເພື່ອ​ຈຸດປະສົງ​ສັນຕິພາບ​ແຕ່​ສິດ​ດັ່ງກ່າວ​ຕ້ອງ​ໄດ້ຮັບ​ການ​ປະຕິບັດ​ໃນ​ຂອບ​ເຂດ​ຂອງ​ບັນດາ​ມະຕິ​ຂອງ​ສະພາ​ຄວາມໝັ້ນຄົງ ສປຊ. ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຈົ່ງ​ລະງັບໃຈ, ຫລີກ​ລ້ຽງຄວາມ​ເຄັ່ງ​ຕຶງ​ປິນຂັ້ນ​ໄດ. ຄະນະ​ກຳມະການ​ເຕັກ​ໂນ​ໂລ​ຊີ​ອາ​ວະ​ກາດ ສປປ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ດາວ​ທຽມ Kwangmyongsong-3 ຈະ​ຖືກ​ຍິງ​ໃນ​ຊວງ​ເວລາ​ແຕ່​ວັນ​ທີ 10-22/12 ​ຈະ​ມາ​ເຖິງ. ​ໃນ​ຂະນະ​ທີ່​ພຽງ​ຢາງ ​ຢັ້ງຢືນ​ວ່າການ​ຍິງ​ດາວ​ທຽມ​ແມ່ນ​ເພື່ອ​ຈຸດປະສົງ​ສັນຕິພາບ, ​ ຄົ້ນຄ້ວາວິທະຍາສາດ ແລະ ຈະຖືກ​ປະຕິ​ບັດ​ຕາມບັນດາ​ຂໍ້​ກຳນົດ​ສາກົນ​ທີ່​ກ່ຽວຂ້ອງ. ອາ​ເມ​ລິ​ກາ ພ້ອມ​ກັບ​ບັນດາ​ພັນທະ​ມິດ​ພັດ​ຖື​ວ່າ: ​ການ​ຍິງລູກສອນ​ໄຟ​ນຳ​ວິຖີ​ຂ້າມທະວີບ​ສາມາດ​ນຳ​ຫົວ​ນິວ​​ເປັນ​ການທົດ​ລອງ.

ຂ່າວ/ບົດ​ອື່ນ